ຈົດໝາຍສະບັບທີສອງເຖິງຕີໂມທຽວ 3:1-17

  • ສະໄໝ​ສຸດທ້າຍ​ຈະ​ມີ​ແຕ່​ຄວາມ​ຫຍຸ້ງ​ຍາກ​ລຳບາກ (1-7)

  • ຮຽນ​ແບບ​ໂປໂລ​ຢ່າງ​ດີ (8-13)

  • “ຢ່າ​ເຊົາ​ເຮັດ​ຕາມ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນ​ຮູ້” (14-17)

    • ທຸກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ພະຄຳພີ​ມາ​ຈາກ​ພະເຈົ້າ (16)

3  ຂໍ​ໃຫ້​ຮູ້​ວ່າ ໃນ​ສະໄໝ​ສຸດທ້າຍ+​ຈະ​ເປັນ​ໄລຍະທີ່​ມີ​ແຕ່​ຄວາມ​ຫຍຸ້ງ​ຍາກ​ລຳບາກ​ແລະ​ອັນຕະລາຍ.  ຄົນ​ຈະ​ເຫັນ​ແກ່​ໂຕ ເຫັນ​ແກ່​ເງິນ ມັກ​ອວດ ຈອງຫອງ ໝິ່ນ​ປະໝາດ ບໍ່​ຟັງ​ຄວາມ​ພໍ່​ແມ່ ບໍ່​ສຳນຶກ​ບຸນຄຸນ ບໍ່​ພັກດີ  ບໍ່​ຮັກ​ຍາດຕິ​ພີ່ນ້ອງ* ບໍ່​ຍອມ​ໃຜ ມັກ​ໃສ່ຮ້າຍ​ຄົນ​ອື່ນ ບໍ່​ຄວບຄຸມ​ໂຕເອງ ໂຫດຮ້າຍ ຊັງ​ສິ່ງ​ທີ່​ດີ  ເປັນ​ຄົນ​ທໍລະຍົດ ຫົວແຂງ ອວດ​ດີ ເປັນ​ຄົນ​ຮັກ​ຄວາມ​ມ່ວນ​ຊື່ນ​ແທນ​ທີ່​ຈະ​ຮັກ​ພະເຈົ້າ  ເປັນ​ຄົນ​ເຄັ່ງ​ສາສະໜາ​ແຕ່​ທາງ​ນອກ ແຕ່​ບໍ່​ໄດ້​ເຮັດ​ຕາມ​ຄຳສອນ​ຂອງ​ສາສະໜາ.+ ຂໍ​ໃຫ້​ເຈົ້າ​ຢູ່​ໄກ​ໆ​ຈາກ​ຄົນ​ແບບ​ນີ້.  ເຂົາເຈົ້າ​ບາງ​ຄົນ​ຊອກ​ວິທີ​ໃກ້ຊິດ​ກັບ​ຄອບຄົວ​ຄົນ​ອື່ນ​ແບບ​ແນບນຽນ ເພື່ອ​ຫຼອກລວງ​ພວກ​ຜູ້​ຍິງ​ທີ່​ເປັນ​ຄົນ​ຊື່​ໆ​ເຊິ່ງ​ເປັນ​ຄົນ​ບໍ່​ສົມບູນ​ແບບ​ແລະ​ປ່ອຍ​ໂຕ​ໄປ​ກັບ​ຄວາມ​ຕ້ອງການ​ຫຼາຍ​ຢ່າງ.  ເຖິງ​ວ່າ​ຜູ້​ຍິງ​ເຫຼົ່າ​ນີ້​ຈະ​ມັກ​ຮຽນ​ຮູ້​ເລື່ອງ​ຕ່າງ​ໆ​ ແຕ່​ກໍ​ບໍ່​ເຄີຍ​ເຂົ້າໃຈ​ຄວາມ​ຈິງ​ຢ່າງ​ຖືກຕ້ອງ.  ເຂົາເຈົ້າ​ຕໍ່ຕ້ານ​ຄວາມ​ຈິງ​ຄື​ກັບ​ທີ່​ຢາເນ​ແລະ​ຢຳເບ​ເຄີຍ​ຕໍ່ຕ້ານ​ໂມເຊ. ເຂົາເຈົ້າ​ເປັນ​ຄົນ​ໃຈ​ຊົ່ວ. ພະເຈົ້າ​ບໍ່​ພໍໃຈ​ເຂົາເຈົ້າ​ຍ້ອນ​ເຂົາເຈົ້າ​ບໍ່​ໄດ້ໃຊ້​ຊີວິດ​ຕາມຄວາມ​ເຊື່ອ.  ເຂົາເຈົ້າ​ຈະ​ໄປ​ບໍ່​ຮອດ​ໃສ ແລະ​ທຸກ​ຄົນ​ຈະ​ເຫັນຄວາມ​ໂງ່​ຂອງ​ເຂົາເຈົ້າ​ຄື​ກັບ​ທີ່​ເຫັນ​ຄວາມ​ໂງ່ຂອງ​ຢາເນ​ກັບ​ຢຳເບ.+ 10  ແຕ່​ເຈົ້າ​ໄດ້​ເຮັດ​ຕາມ​ຄຳສອນ​ຂອງ​ຂ້ອຍ​ຢ່າງ​ດີ ແລະ​ໄດ້​ຮຽນ​ແບບ​ຂ້ອຍ​ໃນ​ເລື່ອງ​ການ​ໃຊ້​ຊີວິດ+ ເລື່ອງ​ຈຸດ​ມຸ່ງໝາຍ ຄວາມ​ເຊື່ອ ຄວາມ​ອົດທົນ ຄວາມ​ຮັກ ແລະ​ຄວາມ​ສັດຊື່. 11  ເຈົ້າ​ຮູ້​ດີ​ເລື່ອງ​ທີ່​ຂ້ອຍ​ຖືກ​ຂົ່ມເຫງ​ແລະ​ທົນທຸກ​ຢູ່​ເມືອງ​ອັນຕີໂອເຂຍ+ ເມືອງ​ອີໂກນີອົນ+ ແລະ​ເມືອງ​ລີຊະທາ.+ ຂ້ອຍ​ຕ້ອງອົດທົນ​ກັບ​ການ​ຂົ່ມເຫງ​ຫຼາຍ​ແບບ ແຕ່​ຜູ້​ເປັນ​ນາຍ​ກໍ​ຊ່ວຍ​ຂ້ອຍ​ໃຫ້​ລອດ​ຈາກ​ເຫດການ​ທັງໝົດ​ນັ້ນ​ມາ​ໄດ້.+ 12  ທີ່ຈິງ ທຸກ​ຄົນ​ທີ່​ຕັ້ງໃຈ​ໃຊ້​ຊີວິດ​ໂດຍ​ເຊື່ອຟັງ​ພະເຈົ້າ​ສຸດ​ຫົວໃຈ​ແລະ​ເປັນ​ລູກສິດ​ຂອງ​ພະຄລິດ​ເຢຊູ​ກໍ​ຈະ​ຖືກ​ຂົ່ມເຫງ​ຄື​ກັນ.+ 13  ແຕ່​ຄົນ​ຊົ່ວ​ແລະ​ຄົນ​ຫຼອກລວງ​ແຮ່ງ​ຈະ​ເຮັດ​ຊົ່ວ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​. ເຂົາເຈົ້າ​ຈະ​ຫຼອກລວງ​ຄົນ​ອື່ນ​ແລະ​ໂຕເອງ​ກໍ​ຈະ​ຖືກ​ຫຼອກລວງ​ຄື​ກັນ.+ 14  ສ່ວນ​ເຈົ້າ ຢ່າ​ເຊົາ​ເຮັດ​ຕາມ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນ​ຮູ້​ແລະ​ໝັ້ນໃຈ​ແລ້ວ.+ ເຈົ້າ​ກໍ​ຮູ້​ວ່າ​ເຈົ້າ​ຮຽນ​ຈາກ​ຜູ້​ໃດ. 15  ເຈົ້າ​ຮູ້​ຈັກ​ພະຄຳພີ​ສັກສິດ+​ຕັ້ງແຕ່​ເຈົ້າ​ເກີດ.*+ ພະຄຳພີ​ໃຫ້​ສະຕິ​ປັນຍາ​ທີ່​ຈະ​ເຮັດ​ໃຫ້​ເຈົ້າ​ລອດ​ໄດ້​ໂດຍ​ທາງ​ຄວາມ​ເຊື່ອ​ໃນ​ພະຄລິດ​ເຢຊູ.+ 16  ທຸກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ພະຄຳພີ​ມາ​ຈາກ​ພະເຈົ້າ.*+ ພະຄຳພີ​ມີ​ປະໂຫຍດ​ສຳລັບ​ສອນ+ ຕັກ​ເຕືອນ ແກ້ໄຂ​ເລື່ອງ​ຕ່າງ​ໆ​ໃຫ້​ຮຽບຮ້ອຍ ແລະ​ສັ່ງ​ສອນ​ຄົນ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ+ 17  ເພື່ອ​ຄົນ​ຂອງ​ພະເຈົ້າ​ຈະ​ມີ​ຄວາມ​ສາມາດ​ພຽງ​ພໍ​ແລະ​ມີ​ຄວາມ​ພ້ອມ​ສຳລັບ​ວຽກ​ທີ່​ດີ​ທຸກ​ຢ່າ​ງ.

ຂໍຄວາມໄຂເງື່ອນ

ຫຼື “ບໍ່​ມີ​ຄວາມ​ຮັກ​ຕາມ​ທຳມະຊາດ”
ຫຼື “ເປັນ​ແອນ້ອຍ”
ຫຼື “ພະເຈົ້າ​ດົນໃຈ​ໃຫ້​ຂຽນ​ຂຶ້ນ​ມາ”