ຂ້າມໄປທີ່ເນື້ອໃນ

ການ​ປະຊຸມ​ອະນຸສອນ

ວັນ​ເສົາ​ທີ 12 ເມສາ 2025

ພະຍານ​ພະ​ເຢໂຫວາ​ໄດ້​ເຂົ້າ​ຮ່ວມ​ການ​ປະຊຸມ​ເພື່ອ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະ​ເຢຊູ​ປີ​ລະ​ຄັ້ງ. ພະ​ເຢຊູ​ໄດ້​ສັ່ງ​ໄວ້​ວ່າ: “ໃຫ້​ເຮັດ​ແບບ​ນີ້​ຕໍ່​ໆ​ໄປ​ເພື່ອ​ລະນຶກ​ເຖິງ​ຂ້ອຍ.”—ລູກາ 22:19

ເຮົາ​ຂໍ​ເຊີນ​ເຈົ້າ​ເຂົ້າ​ຮ່ວມ​ການ​ປະຊຸມ​ນີ້.

ຄຳ​ຖາມ​ທົ່ວໄປ

ປະຊຸມ​ດົນ​ປານ​ໃດ?

ໃຊ້​ເວລາ​ປະມານ 1 ຊົ່ວໂມງ.

ຈະ​ປະຊຸມ​ຢູ່​ໃສ?

ຕິດຕໍ່​ພະຍານ​ພະ​ເຢໂຫວາ​ສຳລັບ​ລາຍລະອຽດ​ໃນ​ທ້ອງຖິ່ນ.

ໄດ້​ເສຍ​ຄ່າ​ທຳນຽມ​ບໍ?

ບໍ່.

ມີ​ການ​ເກັບ​ເງິນ​ຫຼື​ແຜ່​ເງິນ​ບໍ?

ບໍ່.

ຄວນ​ແຕ່ງ​ໂຕ​ແບບ​ໃດ?

ເຖິງ​ວ່າ​ຈະ​ບໍ່​ມີ​ການ​ແຕ່ງ​ໂຕ​ແບບ​ສະເພາະ​ໃນ​ການ​ເຂົ້າ​ຮ່ວມ​ປະຊຸມ ແຕ່​ພະຍານ​ພະ​ເຢໂຫວາ​ກໍ​ພະຍາຍາມ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ທີ່​ບອກ​ໃຫ້​ແຕ່ງ​ໂຕ​ແບບ​ສຸພາບ​ຮຽບຮ້ອຍ​ແລະ​ເປັນ​ຕາ​ໜ້າ​ນັບຖື. (1 ຕີໂມທຽວ 2:9) ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ນຸ່ງ​ເຄື່ອງ​ທີ່​ມີ​ລາຄາ​ແພງ​ຫຼື​ເປັນ​ທາງ​ການ.

ຈະ​ເຮັດ​ຫຍັງ​ແດ່​ໃນ​ການ​ປະຊຸມ​ອະນຸສອນ?

ການ​ປະຊຸມ​ຈະ​ເລີ່ມ​ຕົ້ນ​ດ້ວຍ​ການ​ຮ້ອງ​ເພງ ຈາກນັ້ນ​ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ຈະ​ອະທິດຖານ. ແລ້ວ​ຈະ​ມີ​ຄຳ​ບັນຍາຍ​ທີ່​ອະທິບາຍ​ວ່າ ເປັນ​ຫຍັງ​ການ​ຕາຍ​ຂອງ​ພະ​ເຢຊູ​ຈຶ່ງ​ສຳຄັນ ແລະ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ສິ່ງ​ທີ່​ພະເຈົ້າ​ແລະ​ພະ​ເຢຊູ​ເຮັດ​ເພື່ອ​ເຮົາ.

ຂໍ້ມູນ​ເພີ່ມເຕີມ ໃຫ້​ເບິ່ງ​ບົດ​ຄວາມ​ທີ່​ຊື່​ວ່າ ‘ເປັນ​ຫຍັງ​ພະຍານ​ພະ​ເຢໂຫວາ​ສະຫຼອງ​ອາຫານ​ແລງ​ຂອງ​ພະຄລິດ​ຕ່າງ​ຈາກ​ສາສະໜາ​ອື່ນ?’ (ພາສາ​ໄທ)

ການ​ປະຊຸມ​ອະນຸສອນ​ຄັ້ງ​ຕໍ່​ໄປ​ຈະ​ຈັດ​ຂຶ້ນ​ເມື່ອ​ໃດ?

2025: ວັນ​ເສົາ​ທີ 12 ເມສາ

2026: ວັນ​ພະຫັດ​ທີ 2 ເມສາ