ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳ​ຖາມ 18

ເຮົາຈະສະໜິດກັບພະເຈົ້າໄດ້ແນວໃດ?

“ພະອົງ​ທີ່​ເປັນ​ຜູ້​ຟັງ​ຄຳ​ອະທິດຖານ​ເອີ້ຍ ຄົນ​ທຸກ​ຊະນິດ​ຈະ​ມາ​ຫາ​ພະອົງ.”

ເພງ​ສັນລະເສີນ 65:2

“ໃຫ້​ໄວ້​ວາງໃຈ​ພະ​ເຢໂຫວາ​ສຸດ​ຫົວໃຈ​ຂອງ​ລູກ ແລະ​ຢ່າ​ເພິ່ງ​ຄວາມ​ເຂົ້າ​ໃຈ​ຂອງ​ໂຕເອງ. ບໍ່​ວ່າ​ລູກ​ຈະ​ເຮັດ​ຫຍັງ​ກໍ​ໃຫ້​ຄິດ​ເຖິງ​ເພິ່ນ​ສະເໝີ ແລ້ວ​ເພິ່ນ​ຈະ​ບອກ​ທາງ​ທີ່​ຖືກຕ້ອງ​ໃຫ້​ລູກ.”

ສຸພາສິດ 3:5, 6

“ຜູ້​ທີ່​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ​ຕ້ອງ​ຮູ້​ຈັກ​ພໍ່​ທີ່​ເປັນ​ພະເຈົ້າ​ທ່ຽງແທ້​ອົງ​ດຽວ ແລະ​ຮູ້​ຈັກ​ຜູ້​ທີ່​ພໍ່​ໃຊ້​ມາ ຜູ້​ນັ້ນ​ແມ່ນ​ເຢຊູ​ຄລິດ.”

ໂຢຮັນ 17:3

“ຍ້ອນ​ເພິ່ນ [ພະເຈົ້າ] ບໍ່​ໄດ້​ຢູ່​ໄກ​ຈາກ​ພວກ​ເຮົາ​ແຕ່​ລະ​ຄົນ.”

ກິດຈະການ 17:27

“ຂ້ອຍ​ອະທິດຖານ​ຢູ່​ສະເໝີ ເພື່ອ​ຂໍ​ໃຫ້​ພວກ​ເຈົ້າ​ມີ​ຄວາມ​ຮັກ​ຫຼາຍ​ຂຶ້ນ​ເລື້ອຍ​ໆ ມີ​ຄວາມ​ຮູ້​ທີ່​ຖືກຕ້ອງ ແລະ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ.”

ຟີລິບປອຍ 1:9

“ຖ້າ​ຜູ້​ໃດ​ໃນ​ພວກ​ເຈົ້າ​ຂາດ​ສະຕິ​ປັນຍາ ໃຫ້​ລາວ​ຂໍ​ຈາກ​ພະເຈົ້າ​ຕໍ່​ໆ​ໄປ. ແລ້ວ​ເພິ່ນ​ຈະ​ເອົາ​ໃຫ້​ລາວ ຍ້ອນ​ເພິ່ນ​ເຕັມໃຈ​ໃຫ້​ສິ່ງ​ນັ້ນ​ກັບ​ທຸກ​ຄົນ​ຢ່າງ​ໃຈ​ກວ້າງ​ແລະ​ບໍ່​ເຄີຍ​ຕຳໜິ.”

ຢາໂກໂບ 1:5

“ໃຫ້​ໃກ້ຊິດ​ກັບ​ພະເຈົ້າ ແລ້ວ​ເພິ່ນ​ຈະ​ໃກ້ຊິດ​ກັບ​ພວກ​ເຈົ້າ. ພວກ​ເຈົ້າ​ທີ່​ເປັນ​ຄົນ​ບາບ ໃຫ້​ເຮັດ​ໃຫ້​ໂຕເອງ​ສະອາດ​ໂດຍ​ເຊົາ​ເຮັດ​ຊົ່ວ ແລະ​ພວກ​ເຈົ້າ​ທີ່​ມັກ​ລັງເລ ໃຫ້​ເຮັດ​ໃຫ້​ໃຈ​ໂຕເອງ​ສະອາດ.”

ຢາໂກໂບ 4:8

“ການ​ຮັກ​ພະເຈົ້າ​ໝາຍເຖິງ​ການ​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ເພິ່ນ ແລະ​ຄຳ​ສັ່ງ​ຂອງ​ເພິ່ນ​ບໍ່​ຍາກ​ເກີນ​ໄປ.”

1 ໂຢຮັນ 5:3