ໜຸ່ມສາວຖາມວ່າ
ຄຳພີໄບເບິນຊ່ວຍເຮົາໄດ້ແນວໃດ? ຕອນ 1: ອ່ານຄຳພີໄບເບິນ
“ຂ້ອຍພະຍາຍາມອ່ານຄຳພີໄບເບິນ ແຕ່ຮູ້ສຶກທໍ້ໃຈເພາະມັນຫຼາຍໂພດ!”—ບຣີອານາ ອາຍຸ 15 ປີ.
ເຈົ້າຮູ້ສຶກຄືກັນບໍ? ບົດຄວາມນີ້ຊ່ວຍເຈົ້າໄດ້!
ເປັນຫຍັງຕ້ອງອ່ານຄຳພີໄບເບິນ?
ເຈົ້າຄິດວ່າການອ່ານຄຳພີໄບເບິນເປັນເລື່ອງທີ່ໜ້າເບື່ອບໍ? ຖ້າແມ່ນ ນັ້ນກໍພໍເຂົ້າໃຈໄດ້. ເຈົ້າຄືຊິນຶກພາບວ່າຄຳພີໄບເບິນເປັນປຶ້ມທີ່ທຸກໜ້າມີແຕ່ໂຕໜັງສືນ້ອຍໆບໍ່ມີຮູບພາບແຖມຍັງມີຫຼາຍກວ່າໜຶ່ງພັນໜ້າ ການອ່ານປຶ້ມແບບນີ້ຄືຊິບໍ່ມ່ວນແນ່ນອນຖ້າທຽບກັບການເບິ່ງໂທລະທັດຫຼືເບິ່ງວິດີໂອ!
ແຕ່ລອງຄິດເບິ່ງແມ້: ຖ້າເຈົ້າຍ່າງຜ່ານຫີບສົມບັດເກົ່າແກ່ຫີບໜຶ່ງ ເຈົ້າຈະບໍ່ຢາກຮູ້ບໍວ່າມີຫຍັງຢູ່ໃນຫີບນັ້ນ?
ຄຳພີໄບເບິນເປັນຄືຫີບສົມບັດ ເຊິ່ງເກັບສະຕິປັນຍາທີ່ມີຄ່າໄວ້ຢ່າງຫຼວງຫຼາຍທີ່ຊ່ວຍເຈົ້າໃຫ້
ຕັດສິນໃຈເລື່ອງຕ່າງໆໄດ້ຢ່າງດີ
ລົມກັບພໍ່ແມ່ໄດ້ດີຂຶ້ນ
ຊອກໝູ່ທີ່ດີໄດ້
ຮັບມືກັບຄວາມກັງວົນ
ເປັນຫຍັງປຶ້ມເກົ່າແກ່ຈຶ່ງມີຄຳແນະນຳທີ່ໃຊ້ໄດ້ແທ້ໃນທຸກມື້ນີ້? ກໍຍ້ອນ “ພະຄຳພີທຸກຕອນ ພະເຈົ້າດົນໃຈໃຫ້ຂຽນຂຶ້ນມາ.” (2 ຕີໂມທຽວ 3:16) ນີ້ໝາຍຄວາມວ່າຄຳແນະນຳໃນຄຳພີໄບເບິນມາຈາກແຫຼ່ງທີ່ດີທີ່ສຸດທີ່ເຈົ້າຈະຊອກຫາໄດ້.
ມີວິທີໃດແດ່ທີ່ຂ້ອຍຈະອ່ານຄຳພີໄບເບິນ?
ວິທີທີໜຶ່ງ ແມ່ນອ່ານຄຳພີໄບເບິນຕັ້ງແຕ່ຕົ້ນຈົນຈົບ. ນີ້ຈະຊ່ວຍເຈົ້າໃຫ້ເຂົ້າໃຈພາບລວມຂອງຂໍ້ຄວາມທີ່ຢູ່ໃນຄຳພີໄບເບິນ. ມີຫຼາຍວິທີທີ່ເຈົ້າຈະອ່ານແບບນີ້ໄດ້. ລອງມາເບິ່ງນຳກັນສອງວິທີ:
ອ່ານຄຳພີໄບເບິນທັງໝົດ 66 ຫົວຕາມລຳດັບຕັ້ງແຕ່ປຶ້ມຕົ້ມເດີມເຖິງປຶ້ມພະນິມິດ.
ອ່ານຄຳພີໄບເບິນຕາມລຳດັບເວລາຂອງເຫດການຕ່າງໆທີ່ເກີດຂຶ້ນ ເຊິ່ງມີຄວາມກ່ຽວຂ້ອງກັນ.
ຄຳແນະນຳ: ໃນພາກພະໜວກ 7ກ ຂອງສະບັບແປໂລກໃໝ່ໃຫ້ຂໍ້ມູນຕາມລຳດັບເວລາກ່ຽວກັບເຫດການສຳຄັນໃນຊ່ວງທີ່ພະເຢຊູຢູ່ເທິງໂລກ.
ວິທີທີສອງ ແມ່ນອ່ານຄຳພີໄບເບິນໂດຍເລືອກເຫດການໜຶ່ງເຊິ່ງກົງກັບເລື່ອງທີ່ເຈົ້າກຳລັງປະສົບຢູ່. ຕົວຢ່າງເຊັ່ນ:
ເຈົ້າຢາກມີໝູ່ທີ່ໄວ້ໃຈໄດ້ບໍ? ອ່ານເລື່ອງຂອງໂຢນາທານແລະດາວິດເບິ່ງແມ້. (1 ຊາເມືອນ ບົດ 18-20) ຫຼັງຈາກນັ້ນໃຫ້ເຮັດໃບຝຶກຄວາມຄິດທີ່ຢູ່ໃນກິດຈະກຳການສຶກສາພະຄຳພີ “ເຮັດແນວໃດຈຶ່ງຈະມີໝູ່ທີ່ພັກດີ” ເພື່ອຈະໄດ້ບົດຮຽນທີ່ໃຊ້ໄດ້ແທ້ຈາກເຫດການນີ້.
ເຈົ້າຢາກຈະເຂັ້ມແຂງຫຼາຍຂຶ້ນບໍເມື່ອຖືກລໍ້ໃຈ? ລອງອ່ານເລື່ອງຂອງໂຢເຊັບແລະວິທີທີ່ລາວຮັບມືກັບການລໍ້ໃຈ. (ຕົ້ນເດີມ ບົດ 30) ຫຼັງຈາກນັ້ນເຮັດໃບຝຶກຄວາມຄິດ “ຈົ່ງຕ້ານທານການລໍ້ໃຈ . . . ໂຢເຊັບ—ຕອນທີ 1” ແລະ “ຖືກກ່າວຫາແບບຜິດໆ! ໂຢເຊັບ—ຕອນທີ 2” ເພື່ອຈະໄດ້ບົດຮຽນທີ່ໃຊ້ໄດ້ແທ້ຈາກເຫດການນີ້.
ເຈົ້າຢາກຮູ້ບໍວ່າການອະທິດຖານຊ່ວຍເຈົ້າແນວໃດ? ອ່ານປະສົບການຂອງເນເຫມີເບິ່ງແມ້. (ເນເຫມີ ບົດ 2) ຫຼັງຈາກນັ້ນໃຫ້ເຮັດໃບຝຶກຄວາມຄິດ “ພະເຈົ້າຕອບຄຳອະທິດຖານຂອງລາວ” ເພື່ອຈະໄດ້ບົດຮຽນທີ່ໃຊ້ໄດ້ແທ້ຈາກເຫດການນີ້.
ຄຳແນະນຳ: ເມື່ອອ່ານຄຳພີໄບເບິນ ເຈົ້າຕ້ອງອ່ານໃນບ່ອນທີ່ງຽບໆເພື່ອເຈົ້າຈະມີສະມາທິໃນການອ່ານ.
ວິທີທີສາມ ແມ່ນເລືອກປຶ້ມບາງຫົວຫຼືປຶ້ມຄຳເພງ ອ່ານ ແລະຈາກນັ້ນຄິດເບິ່ງວ່າຈະໃຊ້ເລື່ອງນັ້ນໃນຊີວິດໄດ້ແນວໃດ. ຫຼັງຈາກອ່ານ ໃຫ້ຖາມໂຕເອງດ້ວຍຄຳຖາມເຫຼົ່ານີ້ ເຊັ່ນ:
ເປັນຫຍັງພະເຢໂຫວາໃຫ້ມີການບັນທຶກເລື່ອງນີ້ໃນຄຳພີໄບເບິນ?
ເລື່ອງນີ້ສະແດງໃຫ້ເຫັນຫຍັງກ່ຽວກັບຄຸນລັກສະນະຂອງພະເຢໂຫວາຫຼືວິທີທີ່ເພິ່ນຈັດການເລື່ອງຕ່າງໆ?
ຂ້ອຍຈະເອົາເລື່ອງນີ້ໄປໃຊ້ໃນຊີວິດໄດ້ແນວໃດ?
ຄຳແນະນຳ: ໃຊ້ຄຳພີໄບເບິນສະບັບແປໂລກໃໝ່ ສະບັບສຶກສາເພື່ອເບິ່ງວິດີໂອ ແຜນທີ່ ແລະຂໍ້ມູນອື່ນໆທີ່ຈະຊ່ວຍເຈົ້າໃຫ້ເຂົ້າໃຈສິ່ງທີ່ຢູ່ໃນຄຳພີໄບເບິນຫຼາຍຂຶ້ນ.