ຂ້າມໄປທີ່ເນື້ອໃນ

ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ

“ພວກເຂົາຢາກໃຫ້ຂ້ອຍເຂົ້າໃຈຄວາມຈິງດ້ວຍໂຕເອງ”

“ພວກເຂົາຢາກໃຫ້ຂ້ອຍເຂົ້າໃຈຄວາມຈິງດ້ວຍໂຕເອງ”
  • ປີ​ເກີດ: 1982

  • ປະເທດ​ບ້ານ​ເກີດ: ສາທາລະນະລັດ ໂດມິນິກັນ

  • ອະດີດ: ເຕີບໃຫຍ່​ໃນ​ຄອບຄົວ​ມໍ​ມອນ

ຊີວິດ​ທີ່​ຜ່ານ​ມາ:

ຂ້ອຍ​ເກີດ​ຢູ່​ເມືອງ​ຊັນໂຕໂດມິນໂກ​ຢູ່​ປະເທດ​ສາທາລະນະລັດ​ໂດມິນິກັນ ຂ້ອຍ​ເປັນ​ລູກ​ຫຼ້າ​ຂອງ​ຄອບຄົວ​ທີ່​ມີ​ອ້າຍ​ເອື້ອຍ​ນ້ອງ 4 ຄົນ. ພໍ່​ແມ່​ເປັນ​ຄົນ​ທີ່​ມີ​ການ​ສຶກສາ​ແລະ​ຢາກ​ໃຫ້​ລູກ​ເຕີບໃຫຍ່​ໃນ​ສະພາບ​ແວດ​ລ້ອມ​ທີ່​ດີ. ກ່ອນ​ທີ່​ຂ້ອຍ​ເກີດ​ມາ 4 ປີ ພໍ່​ແມ່​ໄດ້​ເຈິ​ມິດຊັນນາຣີ​ຂອງ​ມໍ​ມອນ. ຍ້ອນ​ພວກ​ເພິ່ນ​ປະທັບໃຈ​ທີ່​ເຫັນ​ຊາຍ​ໜຸ່ມ​ແຕ່ງ​ໂຕ​ແບບ​ສຸພາບ​ແລະ​ມີ​ມາລະຍາດ​ທີ່​ດີ ບໍ່​ດົນ​ພວກ​ເພິ່ນ​ກໍ​ຕັດສິນໃຈ​ວ່າ​ຄອບຄົວ​ພວກ​ເຮົາ​ຈະ​ເປັນ​ໜຶ່ງ​ໃນ​ຄອບຄົວ​ທຳອິດ​ຢູ່​ເທິງ​ເກາະ​ທີ່​ຈະ​ເຂົ້າ​ມາ​ເປັນ​ສະມາຊິກ​ໂບດ​ຂອງ​ພະ​ເຢຊູ​ຄລິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດທ້າຍ​ຫຼື​ໂບດ​ມໍ​ມອນ.

ຕັ້ງແຕ່​ນ້ອຍ ຂ້ອຍ​ມັກ​ເຂົ້າ​ຮ່ວມ​ກິດຈະກຳ​ຕ່າງ​ໆ​ຂອງ​ໂບດ ແລະ​ຕິດ​ໃຈ​ທີ່​ມໍ​ມອນ​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ຊີວິດ​ຄອບຄົວ​ແລະ​ຄ່າ​ນິຍົມ​ທາງ​ສິນລະທຳ. ຂ້ອຍ​ພູມໃຈ​ທີ່​ໄດ້​ເປັນ​ມໍ​ມອນ ແລະ​ຕັ້ງ​ເປົ້າໝາຍ​ວ່າ​ຈະ​ເປັນ​ມິດຊັນນາຣີ.

ເມື່ອ​ຂ້ອຍ​ອາຍຸ 18 ປີ ຄອບຄົວ​ຂອງ​ຂ້ອຍ​ຍ້າຍ​ໄປ​ຢູ່​ສະຫະລັດ​ເພື່ອ​ຂ້ອຍ​ຈະ​ມີ​ໂອກາດ​ຮຽນ​ຕໍ່​ໃນ​ມະຫາວິທະຍາໄລ​ດີ​ໆ. ປະມານ​ໜຶ່ງ​ປີ​ຕໍ່​ມາ ນ້າ​ສາວ​ກັບ​ຜົວ​ເຊິ່ງ​ເປັນ​ພະຍານ​ພະ​ເຢໂຫວາ​ໄດ້​ມາ​ຢາມ​ພວກ​ເຮົາ​ຢູ່​ລັດ​ຟລໍຣິດາ. ພວກ​ເຂົາ​ຊວນ​ພວກ​ເຮົາ​ເຂົ້າ​ຮ່ວມ​ການ​ປະຊຸມ​ໃຫຍ່​ທີ່​ໃຫ້​ຄວາມ​ຮູ້​ກ່ຽວກັບ​ຄຳພີ​ໄບເບິນ. ຂ້ອຍ​ປະທັບໃຈ​ທີ່​ເຫັນ​ໝົດ​ທຸກ​ຄົນ​ທີ່​ນັ່ງ​ອ້ອມແອ້ມ​ຂ້ອຍ​ເປີດ​ຄຳພີ​ໄບເບິນ​ແລະ​ຈົດ​ບັນທຶກ​ພ້ອມ. ຂ້ອຍ​ເລີຍ​ຂໍ​ບິກ​ກັບ​ເຈ້ຍ​ແລ້ວ​ເລີ່ມ​ຈົດ​ຄື​ກັນ.

ຫຼັງ​ຈາກ​ການ​ປະຊຸມ​ໃຫຍ່​ນັ້ນ ນ້າ​ສາວ​ກັບ​ຜົວ​ບອກ​ວ່າ​ໃນ​ເມື່ອ​ຂ້ອຍ​ຢາກ​ເປັນ​ມິດຊັນນາຣີ ພວກ​ເຂົາ​ກໍ​ສາມາດ​ຊ່ວຍ​ຂ້ອຍ​ໃຫ້​ຮູ້​ບາງ​ສິ່ງ​ບາງ​ຢ່າງ​ກ່ຽວກັບ​ຄຳພີ​ໄບເບິນ. ຂ້ອຍ​ຄິດ​ວ່າ​ດີ​ຄື​ກັນ ເພາະ​ວ່າ​ຕອນ​ນັ້ນ​ຂ້ອຍ​ລຶ້ງ​ກັບ​ຄຳພີ​ມໍ​ມອນ​ຫຼາຍ​ກວ່າ​ຄຳພີ​ໄບເບິນ.

ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຂ້ອຍ​ແນວ​ໃດ:

ທຸກ​ເທື່ອ​ທີ່​ພວກ​ເຮົາ​ຮຽນ​ຄຳພີ​ໄບເບິນ​ທາງ​ໂທລະສັບ ນ້າ​ສາວ​ແລະ​ນ້າ​ບ່າວ​ຕ້ອງ​ສະໜັບສະໜູນ​ຂ້ອຍ​ໃຫ້​ປຽບທຽບ​ຄວາມ​ເຊື່ອ​ຂອງ​ຂ້ອຍ​ກັບ​ຄຳສອນ​ໃນ​ຄຳພີ​ໄບເບິນ. ພວກ​ເຂົາ​ຢາກ​ໃຫ້​ຂ້ອຍ​ເຂົ້າໃຈ​ຄວາມ​ຈິງ​ດ້ວຍ​ໂຕເອງ.

ມີ​ຄຳສອນ​ຫຼາຍ​ຢ່າງ​ຂອງ​ມໍ​ມອນ​ທີ່​ຂ້ອຍ​ຍອມຮັບ ແຕ່​ຂ້ອຍ​ບໍ່​ແນ່​ໃຈ​ວ່າ​ຄຳສອນ​ເຫຼົ່າ​ນັ້ນ​ສອດ​ຄ່ອງ​ກັບ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ຫຼື​ບໍ່. ນ້າ​ສາວ​ຝາກ​ວາລະສານ​ໃຫ້​ຂ້ອຍ​ນັ້ນ​ແມ່ນ​ວາລະສານ​ຕື່ນເຖີດ! ສະບັບ 8 ພະຈິກ ປີ 1995 ເຊິ່ງ​ຈັດພິມ​ໂດຍ​ພະຍານ​ພະ​ເຢໂຫວາ ແລະ​ບາງ​ບົດ​ຄວາມ​ກໍ​ເວົ້າ​ເຖິງ​ຄວາມ​ເຊື່ອ​ຂອງ​ມໍ​ມອນ. ຂ້ອຍ​ແປກໃຈ​ທີ່​ເຫັນ​ວ່າ​ມີ​ຄຳສອນ​ຫຼາຍ​ຢ່າງ​ຂອງ​ມໍ​ມອນ​ທີ່​ຂ້ອຍ​ບໍ່​ເຄີຍ​ຮູ້​ມາ​ກ່ອນ. ຂ້ອຍ​ຈຶ່ງ​ໄປ​ຄົ້ນຄວ້າ​ຂໍ້ມູນ​ໃນ​ເວັບໄຊ​ທາງ​ການ​ຂອງ​ມໍ​ມອນ​ເພື່ອ​ໃຫ້​ໝັ້ນໃຈ​ວ່າ​ສິ່ງ​ທີ່​ບອກ​ໃນ​ຕື່ນເຖີດ! ເປັນ​ຄວາມ​ຈິງ. ມັນ​ເປັນ​ຄວາມ​ຈິງ​ແທ້. ແລະ​ເມື່ອ​ຂ້ອຍ​ໄປ​ພິພິທະພັນ​ຂອງ​ມໍ​ມອນ​ໃນ​ລັດ​ຢູ​ທາ​ເພື່ອ​ພິສູດ​ເລື່ອງ​ນີ້​ຕື່ມ ຂ້ອຍ​ກໍ​ແຮ່ງ​ໝັ້ນ​ໃຈ​ວ່າ​ເປັນ​ແບບ​ນັ້ນ​ແທ້.

ຂ້ອຍ​ເຊື່ອ​ມາ​ຕະຫຼອດ​ວ່າ​ຄຳພີ​ຂອງ​ມໍ​ມອນ​ແລະ​ຄຳພີ​ໄບເບິນ​ເສີມ​ກັນ​ໄດ້. ແຕ່​ເມື່ອ​ຂ້ອຍ​ເລີ່ມ​ອ່ານ​ຄຳພີ​ໄບເບິນ​ຢ່າງ​ຈິງ​ຈັງ ຂ້ອຍ​ສັງເກດ​ວ່າ​ຄຳສອນ​ບາງ​ຢ່າງ​ຂອງ​ມໍ​ມອນ​ຂັດແຍ່ງ​ກັບ​ຄຳສອນ​ໃນ​ຄຳພີ​ໄບເບິນ. ຕົວຢ່າງ​ເຊັ່ນ ໃນ​ເອເຊກຽນ 18:4 ຄຳພີ​ໄບເບິນ​ບອກ​ວ່າ​ຈິດວິນຍານ​ຕາຍ​ໄດ້. ໃນ​ແອລ​ມາ 42:9 ຄຳພີ​ຂອງ​ມໍ​ມອນ​ພັດ​ບອກ​ວ່າ: “ຈິດວິນຍານ​ຕາຍ​ບໍ່​ໄດ້​ເລີຍ.”

ນອກ​ຈາກ​ຂໍ້​ຂັດແຍ່ງ​ໃນ​ເລື່ອງ​ຫຼັກ​ຄຳສອນ​ແລ້ວ ຂ້ອຍ​ຍັງ​ບໍ່​ສະບາຍ​ໃຈ​ກັບ​ຄຳສອນ​ຫຼາຍ​ຢ່າງ​ຂອງ​ມໍ​ມອນ​ທີ່​ສົ່ງເສີມແນວ​ຄິດ​ແບບ​ຊາດ​ນິຍົມ. ຕົວຢ່າງ​ເຊັ່ນ ມໍ​ມອນ​ສອນ​ວ່າ​ສວນ​ເອເດນ​ເຄີຍ​ຢູ່​ແຈັກສັນ​ເຄົາ​ຕີ​ໃນ​ລັດ​ມິດຊູຣີ​ປະເທດ​ສະຫະລັດ​ອາເມລິກາ. ແລະ​ຜູ້​ນຳ​ຂອງ​ໂບດ​ກໍ​ບອກ​ວ່າ​ເມື່ອ “ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ມາ​ປົກຄອງ ທຸງ​ຊາດ​ອາເມລິກາ​ຈະ​ລອຍ​ຢ່າງ​ສະຫງ່າ​ງາມ​ຢູ່​ເທິງ​ເສົາ​ແຫ່ງ​ເສລີ​ພາບ​ແລະ​ສິດທິ​ສະເໝີ​ພາກ.”

ຂ້ອຍ​ສົງໄສ​ວ່າ​ແລ້ວ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ປະເທດ​ຂອງ​ຂ້ອຍ ຫຼື​ປະເທດ​ອື່ນ​ໆ. ມື້​ໜຶ່ງ​ໃນ​ຕອນ​ແລງ ຂ້ອຍ​ໄດ້​ຮັບ​ໂທລະສັບ​ຈາກ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ທີ່​ກຳລັງ​ຝຶກ​ອົບຮົມ​ເພື່ອ​ເປັນ​ມິດຊັນນາຣີ ຂ້ອຍ​ຈຶ່ງ​ຖາມ​ຄວາມ​ຄິດ​ເຫັນ​ລາວ​ກ່ຽວກັບ​ເລື່ອງ​ນັ້ນ. ຂ້ອຍ​ຖາມ​ລາວ​ກົງ​ໆ​ວ່າ​ຖ້າ​ປະເທດ​ລາວ​ເຮັດ​ສົງຄາມ​ກັບ​ອີກ​ປະເທດ​ໜຶ່ງ ລາວ​ຊິ​ເຕັມໃຈ​ຕໍ່ສູ້​ກັບ​ເພື່ອນ​ມໍ​ມອນ​ຂອງ​ປະເທດ​ອື່ນ​ຫຼື​ບໍ່. ຂ້ອຍ​ບໍ່​ຢາກ​ເຊື່ອ​ເລີຍ​ເມື່ອ​ລາວ​ຕອບ​ວ່າ​ຈະ​ໄປ​ແນ່ນອນ! ຫຼັງ​ຈາກນັ້ນ ຂ້ອຍ​ຈຶ່ງ​ສຶກສາ​ຄຳສອນ​ຂອງ​ມໍ​ມອນ​ໃຫ້​ລະອຽດ​ຂຶ້ນ ແລະ​ຍັງ​ໄປ​ຖາມ​ພວກ​ອາຈານ​ຢູ່​ໂບດ​ມໍ​ມອນ​ພ້ອມ. ພວກ​ເຂົາ​ຕອບ​ຂ້ອຍ​ວ່າ​ຄຳ​ຖາມ​ຂອງ​ຂ້ອຍ​ເປັນ​ຄວາມ​ລຶກລັບ​ທີ່​ຈະ​ໄດ້​ຮັບ​ການ​ເປີດເຜີຍ​ໃນ​ມື້​ທີ່​ຄວາມ​ສະຫວ່າງ​ຈະ​ສ່ອງ​ແສງ​ແຮງ​ກ້າ​ຂຶ້ນ.

ຂ້ອຍ​ຜິດ​ຫວັງ​ຫຼາຍ​ເມື່ອ​ໄດ້​ຍິນ​ຄຳ​ອະທິບາຍ​ແບບ​ນີ້ ຂ້ອຍ​ກໍ​ມາ​ກວດ​ເບິ່ງ​ໂຕເອງ​ຢ່າງ​ຈິງ​ຈັງ​ແລະ​ຖາມ​ໂຕເອງ​ວ່າ​ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ຢາກ​ເປັນ​ມິດຊັນນາຣີ​ຂອງ​ມໍ​ມອນ. ແລ້ວ​ຂ້ອຍ​ໄດ້​ຄຳ​ຕອບ​ວ່າ​ຂ້ອຍ​ຢາກ​ເປັນ​ມິດຊັນນາຣີ​ເພາະ​ຂ້ອຍ​ຢາກ​ຊ່ວຍ​ເຫຼືອ​ຄົນ​ອື່ນ. ນອກ​ຈາກນັ້ນ ຂ້ອຍ​ເບິ່ງ​ວ່າ​ວຽກ​ຂອງ​ມິດຊັນນາຣີ​ເປັນ​ວຽກ​ທີ່​ມີ​ກຽດ​ແລະ​ໄດ້​ຮັບ​ຄວາມ​ນັບຖື​ສູ​ງ. ແຕ່​ແທ້​ໆ​ແລ້ວ ຂ້ອຍ​ບໍ່​ໄດ້​ຮູ້​ຫຍັງ​ຫຼາຍ​ກ່ຽວກັບ​ພະເຈົ້າ​ເລີຍ. ເຖິງ​ແມ່ນ​ວ່າ​ຂ້ອຍ​ເຄີຍ​ອ່ານ​ຄຳພີ​ໄບເບິນ​ຫຼາຍ​ເທື່ອ ແຕ່​ຂ້ອຍ​ບໍ່​ເຄີຍ​ເຫັນ​ຄຸນຄ່າ​ຄຳພີ​ໄບເບິນ​ແທ້​ໆ. ຂ້ອຍ​ບໍ່​ຮູ້​ຊ້ຳ​ວ່າ​ຈຸດປະສົງ​ຂອງ​ພະເຈົ້າ​ຕໍ່​ແຜ່ນດິນ​ໂລກ​ແລະ​ມະນຸດ​ແມ່ນ​ຫຍັງ.

ປະໂຫຍດ​ທີ່​ໄດ້​ຮັບ:

ເມື່ອ​ຂ້ອຍ​ຮຽນ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ ຂ້ອຍ​ໄດ້​ມາ​ຮູ້​ຫຼາຍ​ຢ່າງ​ເຊັ່ນ ຊື່​ຂອງ​ພະເຈົ້າ ສິ່ງ​ທີ່​ເກີດຂຶ້ນ​ເມື່ອ​ຄົນ​ເຮົາ​ຕາຍ ແລະ​ບົດບາດ​ຂອງ​ພະ​ເຢຊູ​ໃນ​ການ​ເຮັດ​ໃຫ້​ຈຸດປະສົງ​ຂອງ​ພະເຈົ້າ​ສຳເລັດ​ເປັນ​ຈິງ. ໃນ​ທີ່​ສຸດ ຂ້ອຍ​ກໍ​ລຶ້ງ​ເຄີຍ​ກັບ​ປຶ້ມ​ທີ່​ດີ​ເລີດ​ນີ້ ແລະ​ຂ້ອຍ​ມີ​ຄວາມ​ສຸກ​ໃນ​ການ​ໄປ​ບອກ​ຄົນ​ອື່ນ​ກ່ຽວກັບ​ຄວາມ​ຈິງ​ຈາກ​ຄຳພີ​ໄບເບິນ​ທີ່​ຂ້ອຍ​ໄດ້​ຮຽນ​ມາ. ຂ້ອຍ​ເຊື່ອ​ມາ​ຕະຫຼອດ​ວ່າ​ມີ​ພະເຈົ້າ ແຕ່​ດຽວ​ນີ້​ຂ້ອຍ​ສາມາດ​ລົມ​ນຳ​ເພິ່ນ​ໃນ​ການ​ອະທິດຖານ​ຄື​ກັບ​ທີ່​ລົມ​ນຳ​ໝູ່​ຮັກ​ໝູ່​ແພ​ງ. ຂ້ອຍ​ຮັບ​ບັບເຕມາ​ເປັນ​ພະຍານ​ພະ​ເຢໂຫວາ​ໃນ​ວັນ​ທີ 12 ເດືອນ​ກໍລະກົດ ປີ 2004 ແລະ 6 ເດືອນ​ຕໍ່​ມາ ຂ້ອຍ​ກໍ​ເລີ່ມ​ເຮັດ​ວຽກ​ຮັບໃຊ້​ພະເຈົ້າ​ເຕັມ​ເວລາ.

ຂ້ອຍ​ເຄີຍ​ເຮັດ​ວຽກ​ຢູ່​ສຳນັກງານ​ໃຫຍ່​ຂອງ​ພະຍານ​ພະ​ເຢໂຫວາ​ຢູ່​ບຣຸກລິນ​ລັດ​ນິວຢອກ​ເປັນ​ເວລາ 5 ປີ. ຂ້ອຍ​ມີ​ຄວາມ​ສຸກ​ທີ່​ມີ​ສ່ວນ​ໃນ​ການ​ພິມ​ຄຳພີ​ໄບເບິນ​ແລະ​ປຶ້ມ​ອື່ນ​ໆ​ທີ່ຊ່ວຍ​ໃຫ້​ຫຼາຍ​ລ້ານ​ຄົນ​ທົ່ວ​ໂລກ​ເຂົ້າໃຈ​ຄຳພີ​ໄບເບິນ ແລະ​ຕອນນີ້ ຂ້ອຍ​ຍັງ​ມີ​ຄວາມ​ສຸກ​ທີ່​ໄດ້​ຊ່ວຍ​ຄົນ​ອື່ນ​ໃຫ້​ຮຽນ​ຮູ້​ຈັກ​ພະເຈົ້າ.