ຂ້າມໄປທີ່ເນື້ອໃນ

ສຳພາດ | ຣາເຄວ ຮໍ

ຜູ້ຍິງ​ຄົນ​ຢິວ​ອະທິບາຍ​ເຫດຜົນ​ທີ່​ລາວ​ກວດ​ສອບ​ຄວາມເຊື່ອ​ຢ່າງ​ຈິງ​ຈັງ

ຜູ້ຍິງ​ຄົນ​ຢິວ​ອະທິບາຍ​ເຫດຜົນ​ທີ່​ລາວ​ກວດ​ສອບ​ຄວາມເຊື່ອ​ຢ່າງ​ຈິງ​ຈັງ

ຣາເຄວ ຮໍ ມີ​ແມ່​ເປັນ​ຄົນ​ອິດສະຣາເອນ​ທີ່​ນັບ​ຖື​ສາສະໜາ​ຢິວ ສ່ວນ​ພໍ່​ເປັນ​ຄົນ​ໂອຕຣິດ​ທີ່​ປ່ຽນ​ມາ​ນັບ​ຖື​ສາສະໜາ​ຢິວ. ພໍ່​ຕູ້​ກັບ​ແມ່​ຕູ້​ຂອງ​ລາວ​ເປັນ​ສະມາຊິກ​ລັດທິ​ຊີໂອນ​ແລະ​ໄດ້​ອົບພະຍົບ​ໄປ​ຢູ່​ອິດສະຣາເອນ​ໃນ​ປີ 1948 ເຊິ່ງ​ເປັນ​ປີ​ທີ່​ມີການ​ກໍ່​ຕັ້ງ​ລັດ​ອິດ​ສະຫຼະ​ແຫ່ງ​ນີ້. ຕື່ນເຖີດ! ໄດ້​ຖາມ​ຣາເຄວວ່າ​ອັນ​ໃດ​ເຮັດ​ໃຫ້​ລາວ​ຢາກ​ກວດ​ສອບ​ຄວາມເຊື່ອ​ທາງ​ສາສະໜາ​ຂອງ​ລາວ​ຢ່າງ​ຈິງ​ຈັງ.

ຂໍ​ຊ່ວຍ​ເລົ່າ​ພູມ​ຫຼັງ​ຂອງ​ເຈົ້າ​ໃຫ້​ເຮົາ​ຟັງ​ໄດ້​ບໍ?

ຂ້ອຍ​ເກີດ​ຢູ່​ສະຫະລັດ​ອາເມຣິກາ​ໃນ​ປີ 1979. ພໍ່​ແມ່​ຢ່າຮ້າງ​ກັນ​ຕອນ​ທີ່​ຂ້ອຍ​ອາຍຸ​ສາມ​ປີ. ແມ່​ໄດ້​ລ້ຽງ​ຂ້ອຍ​ຕາມ​ທຳນຽມ​ຂອງ​ຄົນ​ຢິວ​ແລະ​ສົ່ງ​ຂ້ອຍ​ໄປ​ເຂົ້າ​ໂຮງຮຽນ​ເຢຊິວາດສ໌ ຫຼື​ໂຮງຮຽນ​ສອນ​ສາສະໜາ​ຢິວ. ເມື່ອ​ຂ້ອຍ​ອາຍຸ​ເຈັດ​ປີ ເຮົາ​ຍ້າຍ​ໄປ​ຢູ່​ອິດສະຣາເອນ​ເປັນ​ເວລາ​ໜຶ່ງ​ປີ ແລະ​ຂ້ອຍ​ໄດ້​ເຂົ້າ​ໂຮງຮຽນ​ໃນ​ຄິບບູດສ໌​ຫຼື​ເຂດ​ການ​ກະເສດ​ຂອງ​ຄົນ​ຢິວ. ຫຼັງ​ຈາກ​ນັ້ນ ແມ່​ພາ​ຂ້ອຍ​ຍ້າຍ​ໄປ​ຢູ່​ແມັກຊິກ.

ເຖິງ​ວ່າ​ໃນ​ເຂດ​ທີ່​ເຮົາ​ອາໄສ​ຢູ່​ຈະ​ບໍ່​ມີ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ ແຕ່​ຂ້ອຍ​ກໍ​ຍັງ​ຮັກສາ​ທຳນຽມ​ຂອງ​ຄົນ​ຢິວ​ຢ່າງ​ເຄັ່ງ​ຄັດ. ຂ້ອຍ​ຈະ​ໄຕ້​ທຽນ​ໃນ​ວັນ​ຊະບາໂຕ ອ່ານ​ໂທຣາ ແລະ​ອະທິດຖານ​ໂດຍ​ໃຊ້​ໜັງສື​ສວດ​ມົນ. ເມື່ອ​ຢູ່​ໂຮງຮຽນ ຂ້ອຍ​ມັກ​ຈະ​ບອກ​ໝູ່​ຄູ່​ໃນ​ຫ້ອງ​ຮຽນ​ສະເໝີ​ວ່າ​ສາສະໜາ​ຂອງ​ຂ້ອຍ​ເປັນ​ຂອງ​ແທ້. ຂ້ອຍ​ບໍ່​ເຄີຍ​ອ່ານ​ສິ່ງ​ທີ່​ເອີ້ນ​ກັນ​ວ່າ ພະ​ຄຳ​ພີ​ພາກ​ພັນທະສັນຍາ​ໃໝ່ ເຊິ່ງ​ເນັ້ນ​ເລື່ອງ​ວຽກ​ປະກາດ​ແລະ​ຄຳ​ສອນ​ຂອງ​ພະເຢຊູ​ຄລິດ. ທີ່​ຈິງ ແມ່​ຂອງ​ຂ້ອຍ​ເຕືອນ​ສະເໝີ​ວ່າ​ຢ່າຊູ່​ອ່ານ​ເດັດຂາດ ເພາະ​ຢ້ານ​ວ່າ​ຄຳ​ສອນ​ເຫຼົ່າ​ນັ້ນ​ຈະ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ຂ້ອຍ​ແປດ​ເປື້ອນ.

ເປັນຫຍັງ​ເຈົ້າ​ຈຶ່ງ​ຕັດສິນໃຈ​ອ່ານ​ຄຳ​ພີ​ພາກ​ພັນທະສັນຍາ​ໃໝ່?

ເມື່ອ​ອາຍຸ 17 ປີ ຂ້ອຍ​ກໍ​ຍ້າຍ​ກັບ​ໄປ​ຢູ່​ສະຫະລັດ​ອາເມຣິກາ​ເພື່ອ​ຈະ​ຮຽນ​ໃຫ້​ຈົບ. ຢູ່​ສະຫະລັດ​ນີ້​ເອງ ຜູ້​ຊາຍ​ຄລິດສະຕຽນ​ຄົນ​ໜຶ່ງ​ທີ່​ຂ້ອຍ​ຮູ້ຈັກ​ບອກ​ຂ້ອຍ​ວ່າ​ຊີວິດ​ຂອງ​ຂ້ອຍ​ຈະ​ບໍ່​ມີ​ວັນ​ສົມບູນ​ຖ້າ​ບໍ່​ຮູ້ຈັກ​ພະເຢຊູ.

ຂ້ອຍ​ຕອບ​ລາວ​ວ່າ “ຄົນ​ທີ່​ເຊື່ອ​ໃນ​ພະເຢຊູ​ແມ່ນ​ຄົນ​ທີ່​ຖືກ​ຕົວະ.”

ລາວ​ຖາມ​ຂ້ອຍ​ຄືນ​ວ່າ “ແລ້ວ​ເຈົ້າ​ເຄີຍ​ອ່ານ​ພັນທະສັນຍາ​ໃໝ່​ແລ້ວ​ບໍ?”

ຂ້ອຍ​ຕອບ​ວ່າ “ບໍ່​ເຄີຍ.”

ແລ້ວ​ລາວ​ກໍ​ເວົ້າ​ວ່າ “ຄັນຊັ້ນ​ເຈົ້າ​ກໍ​ບໍ່​ສະຫຼາດ​ຕົ່ວ​ທີ່​ສະແດງ​ຄວາມຄິດ​ເຫັນ​ໃນ​ເລື່ອງ​ທີ່​ເຈົ້າ​ບໍ່​ມີ​ຄວາມ​ຮູ້​ເລີຍ!”

ຄຳເວົ້າ​ຂອງ​ລາວ​ແທງ​ໃຈ​ຂ້ອຍ ເພາະ​ຂ້ອຍ​ເອງ​ກໍ​ເຊື່ອ​ວ່າ​ການ​ສະແດງ​ຄວາມຄິດ​ເຫັນ​ໃນ​ເລື່ອງ​ທີ່​ບໍ່​ຮູ້​ແທ້​ຖື​ເປັນ​ຄວາມ​ໂງ່. ເມື່ອ​ຖືກ​ເວົ້າ​ໃຫ້​ແບບນັ້ນ​ຂ້ອຍ​ຈຶ່ງ​ຢືມ​ຄຳພີໄບເບິນ​ຂອງ​ລາວ​ເມືອ​ເຮືອນ​ແລະ​ເລີ່ມ​ອ່ານ.

ເກີດ​ຫຍັງ​ຂຶ້ນ​ຫຼັງ​ຈາກ​ທີ່​ເຈົ້າ​ໄດ້​ອ່ານ​ພະຄຳພີ​ຫົວ​ນັ້ນ?

ຂ້ອຍ​ແປກ​ໃຈ​ທີ່​ໄດ້​ຮູ້​ວ່າ​ຜູ້​ຂຽນ​ພັນທະສັນຍາ​ໃໝ່​ລ້ວນ​ເປັນ​ຄົນ​ຢິວ. ນອກຈາກນັ້ນ ແຮ່ງ​ຂ້ອຍ​ອ່ານ​ຫຼາຍ​ຂ້ອຍ​ກໍ​ແຮ່ງ​ເຫັນ​ວ່າ​ພະເຢຊູ​ເປັນ​ຄົນ​ຢິວ​ທີ່​ກະລຸນາ​ແລະ​ຖ່ອມ​ໃຈ ເພິ່ນ​ຕ້ອງການ​ຊ່ວຍເຫຼືອ​ຜູ້ຄົນ​ແລະ​ບໍ່​ຄິດ​ທີ່​ຈະ​ເອົາ​ລັດ​ເອົາ​ປຽບ​ເຂົາເຈົ້າ. ຂ້ອຍ​ເຖິງຂັ້ນ​ໄປ​ຢືມ​ປຶ້ມ​ຢູ່​ຫ້ອງ​ສະໝຸດ​ກ່ຽວກັບ​ເລື່ອງ​ລາວ​ຊີວິດ​ຂອງ​ພະເຢຊູ​ມາ​ອ່ານ. ແນວໃດ​ກໍ​ຕາມ ປຶ້ມ​ເຫຼົ່າ​ນັ້ນ​ບໍ່​ມີ​ຫົວ​ໃດ​ເລີຍ​ທີ່​ຊ່ວຍ​ໃຫ້​ຂ້ອຍ​ໝັ້ນໃຈ​ວ່າ​ເພິ່ນ​ເປັນ​ເມຊີອາ. ບາງ​ຫົວ​ເຖິງຂັ້ນ​ບອກ​ວ່າ​ເພິ່ນ​ເປັນ​ພະເຈົ້າ ເຊິ່ງ​ສຳລັບ​ຂ້ອຍ​ແລ້ວ​ຄວາມຄິດ​ແບບນັ້ນ​ບໍ່​ມີ​ເຫດ​ມີ​ຜົນ​ເລີຍ. ຖ້າ​ພະເຢຊູ​ເປັນ​ພະເຈົ້າ ເພິ່ນ​ອະທິດຖານ​ເຖິງ​ໃຜ ເພິ່ນ​ເອງ​ບໍ? ຍິ່ງ​ກວ່າ​ນັ້ນ ພະເຢຊູ​ຕາຍ. ແຕ່​ຄຳພີໄບເບິນ​ເວົ້າ​ເຖິງ​ພະເຈົ້າ​ວ່າ: ພະອົງ “ບໍ່​ມີ​ວັນ​ຕາຍ.” *

ເຈົ້າ​ພົບ​ຄຳຕອບ​ແນວໃດ​ສຳລັບ​ຄຳຖາມ​ເຫຼົ່ານີ້?

ຄວາມຈິງ​ບໍ່​ເຄີຍ​ຂັດ​ແຍ່ງ​ໃນ​ໂຕເອງ ແລະ​ຂ້ອຍ​ກໍ​ຕັ້ງໃຈ​ຈະ​ຄົ້ນ​ຫາ​ຄວາມຈິງ​ໃຫ້​ໄດ້. ຂ້ອຍ​ອະທິດຖານ​ເຖິງ​ພະເຈົ້າ​ຢ່າງ​ຈິງ​ໃຈ​ທັງ​ນ້ຳ​ຕາ ແລະ​ນັ້ນ​ເປັນ​ເທື່ອ​ທຳອິດ​ທີ່​ຂ້ອຍ​ອະທິດຖານ​ໂດຍ​ບໍ່​ໄດ້​ໃຊ້​ໜັງສື​ສວດ​ມົນ. ເມື່ອ​ອະທິດຖານ​ຍັງ​ບໍ່​ທັນ​ຈົບ​ກໍ​ມີ​ສຽງ​ຄົນ​ເຄາະ​ປະຕູ. ພະຍານ​ພະເຢໂຫວາ​ສອງ​ຄົນ​ມາ​ຫາ​ຂ້ອຍ. ເຂົາເຈົ້າ​ເອົາ​ຄູ່​ມື​ສຶກສາ​ຄຳພີໄບເບິນ​ຫົວ​ໜຶ່ງ​ໃຫ້​ຂ້ອຍ. ເມື່ອ​ອ່ານ​ປຶ້ມ​ນີ້​ພ້ອມ​ກັບ​ການ​ພິຈາລະນາ​ເລື່ອງ​ລາວ​ຕ່າງໆ​ກັບ​ພະຍານ ຂ້ອຍ​ກໍ​ໝັ້ນໃຈ​ວ່າ​ຄວາມເຊື່ອ​ຂອງ​ເຂົາເຈົ້າ​ມາ​ຈາກ​ຄຳພີໄບເບິນ. ຕົວຢ່າງ​ເຊັ່ນ ພະຍານ​ນັບ​ຖື​ພະເຢຊູ ບໍ່​ແມ່ນ​ໃນ​ຖານະ​ພະເຈົ້າ​ອົງ​ໜຶ່ງ​ໃນ​ຕີເອການຸພາບ ແຕ່​ໃນ​ຖານະ “ລູກ​ຂອງ​ພະເຈົ້າ’’ * ແລະ “ເປັນ​ຜູ້​ທຳອິດ​ທີ່​ພະເຈົ້າ​ສ້າງ.” *

ຫຼັງ​ຈາກ​ນັ້ນ​ບໍ່​ດົນ ຂ້ອຍ​ກັບ​ໄປ​ຢູ່​ແມັກຊິກ​ແລະ​ສຶກສາ​ຄຳ​ພະຍາກອນ​ກ່ຽວກັບ​ເມຊີອາ​ກັບ​ພະຍານ​ຕໍ່ໄປ. ຂ້ອຍ​ງຶດ​ແທ້ໆທີ່​ຮູ້​ວ່າ​ມີ​ຄຳ​ພະຍາກອນ​ຫຼາຍ​ຂະໜາດ​ນັ້ນ! ແຕ່​ຂ້ອຍ​ຍັງ​ມີ​ຂໍ້​ສົງໄສ​ບາງ​ຢ່າງ. ຂ້ອຍ​ສົງໄສ​ວ່າ: ‘ມີ​ພະເຢຊູ​ເທົ່າ​ນັ້ນ​ບໍ​ທີ່​ມີ​ລັກສະນະ​ກົງ​ກັບ​ເມຊີອາ​ຕາມ​ຄຳ​ພະຍາກອນ?’ ແລະ ‘ເປັນ​ໄປ​ໄດ້​ບໍ​ວ່າ​ເພິ່ນ​ພຽງ​ແຕ່​ຫຼິ້ນ​ໄປ​ຕາມ​ບົດບາດ​ຄື​ກັບ​ນັກ​ສະແດງ​ເກັ່ງໆຄົນ​ໜຶ່ງ?’

ອັນ​ໃດ​ເຮັດ​ໃຫ້​ເຈົ້າ​ປ່ຽນ​ຄວາມຄິດ?

ພະຍານ​ຊີ້​ໃຫ້​ຂ້ອຍ​ເບິ່ງ​ຄຳ​ພະຍາກອນ​ຫຼາຍ​ຂໍ້​ທີ່​ບໍ່​ມີ​ຜູ້​ແອບ​ອ້າງ​ຫຼື​ຜູ້​ສວມ​ຮອຍ​ຄົນ​ໃດ​ຈະ​ເຮັດ​ໄດ້. ຕົວຢ່າງ​ເຊັ່ນ ຜູ້ພະຍາກອນ​ມີເກ​ບອກ​ໄວ້​ລ່ວງ​ໜ້າ​ຫຼາຍ​ກວ່າ 700 ປີ​ວ່າ ເມຊີອາ​ຈະ​ມາ​ເກີດ​ຢູ່​ເມືອງ​ເບັດເລເຮັມ ແຂວງ​ຢູດາຍ. * ໃຜ​ຈະ​ກຳນົດ​ໄດ້​ວ່າ​ໂຕເອງ​ຕ້ອງ​ໄປ​ເກີດ​ຢູ່​ໃສ? ເອຊາຢາ​ຂຽນ​ວ່າ​ເມຊີອາ​ຈະ​ຖືກ​ປະຫານ​ຄື​ກັບ​ອາດຊະຍາກອນ ແຕ່​ຈະ​ຖືກ​ຝັງ​ລວມ​ກັບ​ເສດຖີ. * ຄຳ​ພະຍາກອນ​ທັງໝົດ​ນີ້​ກົງ​ກັບ​ຊີວິດ​ຂອງ​ພະເຢຊູ​ແທ້ໆ.

ຫຼັກ​ຖານ​ຢ່າງ​ສຸດທ້າຍ​ກ່ຽວຂ້ອງ​ກັບ​ວົງ​ຕະກູນ​ຂອງ​ພະເຢຊູ. ຄຳພີໄບເບິນ​ບອກ​ວ່າ​ເມຊີອາ​ຈະ​ສືບ​ເຊື້ອສາຍ​ມາ​ຈາກ​ກະສັດ​ດາວິດ. * ເນື່ອງ​ຈາກ​ຄົນ​ຢິວ​ໃນ​ສະໄໝ​ບູຮານ​ເຮັດ​ບັນທຶກ​ລຳ​ດັບ​ວົງ​ຕະກູນ​ເກັບ​ໄວ້ ຖ້າ​ພະເຢຊູ​ບໍ່​ແມ່ນ​ເຊື້ອສາຍ​ຂອງ​ດາວິດ ພວກ​ສັດຕູ​ຄື​ຊິ​ປ່າວ​ປະກາດ​ໃຫ້​ຮູ້​ທົ່ວ​ກັນ​ແລ້ວ! ແຕ່​ເຂົາເຈົ້າ​ກໍ​ບໍ່​ໄດ້​ເຮັດ​ແບບນັ້ນ​ເພາະ​ພະເຢຊູ​ເປັນ​ເຊື້ອສາຍ​ຂອງ​ດາວິດ​ແທ້​ແບບ​ທີ່​ບໍ່​ມີ​ໃຜ​ໂຕ້​ແຍ່ງ​ໄດ້. ຜູ້ຄົນ​ເຖິງຂັ້ນ​ເອີ້ນ​ເພິ່ນ​ວ່າ “ລູກ​ຫຼານ​ດາວິດ.” *

ປະມານ 37 ປີ​ຫຼັງ​ຈາກ​ພະເຢຊູ​ຕາຍ ຄື​ໃນ​ປີ ຄ.ສ 70 ກອງ​ທັບ​ໂຣມ​ໄດ້​ທຳລາຍ​ເມືອງ​ເຢຣູຊາເລັມ ​ແລະ​ບັນທຶກ​ລຳ​ດັບ​ວົງ​ຕະກູນ​ຂອງ​ຄົນ​ຢິວ​ໄດ້​ສູນ​ຫາຍ​ໄປ​ຫຼື​ບໍ່​ກໍ​ຖືກ​ທຳລາຍ. ຍ້ອນ​ແນວ​ນີ້ ເມຊີອາ​ຈຶ່ງ​ຕ້ອງ​ປາກົດ​ໂຕ​ກ່ອນ​ປີ ຄ.ສ 70 ເພື່ອ​ຈະ​ລະບຸ​ໂຕ​ເພິ່ນ​ໄດ້​ຢ່າງ​ຖືກຕ້ອງ​ຕາມ​ບັນທຶກ​ລຳດັບ​ວົງ​ຕະກູນ.

ຄວາມ​ເຂົ້າໃຈ​ໃໝ່​ນີ້​ມີ​ຜົນ​ຕໍ່​ເຈົ້າ​ແນວໃດ?

ໃນ​ພະບັນຍັດ 18:18, 19 ມີການ​ບອກ​ລ່ວງ​ໜ້າ​ວ່າ​ພະເຈົ້າ​ຈະ​ແຕ່ງຕັ້ງ​ຜູ້ພະຍາກອນ​ຄົນ​ໜຶ່ງ​ເຊິ່ງ​ເປັນ​ຄື​ກັບ​ໂມເຊ​ໃນ​ອິດສະຣາເອນ. ພະເຈົ້າ​ບອກ​ວ່າ “ຖ້າ​ລາວ​ເວົ້າ​ໃນ​ຊື່​ຂອງ​ເຮົາ ແລ້ວ​ມີ​ຄົນ​ບໍ່​ຟັງ​ຄວາມ​ລາວ ຜູ້​ນັ້ນ​ກໍ​ຈະ​ຖືກ​ລົງໂທດ.” ການສຶກສາ​ຄຳພີໄບເບິນ​ໝົດ​ຫົວ​ຢ່າງ​ເລິກ​ເຊິ່ງ​ເຮັດ​ໃຫ້​ຂ້ອຍ​ເຊື່ອ​ວ່າ​ຜູ້ພະຍາກອນ​ຄົນ​ນັ້ນ​ແມ່ນ​ພະເຢຊູ​ຄົນ​ນາຊາເຣັດ.

^ ເອຊາອີ 9:6, 7; ລູກາ 1:30-32. ມັດທາຍ​ບົດ 1 ບັນທຶກ​ລາຍຊື່​ບັນພະບຸລຸດ​ທາງ​ພໍ່​ຂອງ​ພະເຢຊູ ສ່ວນ​ລູກາ​ບົດ 3 ບັນທຶກ​ລາຍຊື່​ບັນພະບຸລຸດ​ທາງ​ແມ່.