ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຂົ້າໜົມ​ຄຸກ​ກີ້​ໃຫ້​ໝາ​ນ້ອຍ

ເຂົ້າໜົມ​ຄຸກ​ກີ້​ໃຫ້​ໝາ​ນ້ອຍ

ນິກ​ທີ່​ຢູ່​ໂອເຣກອນ​ສະຫະລັດ​ອາເມຣິກາ​ບອກ​ວ່າ: “ໃນ​ລະດູ​ໃບ​ໄມ້​ຫຼົ່ນ​ປີ 2014 ຂ້ອຍ​ໄດ້​ພາ​ໝາ​ນ້ອຍ​ສອງ​ໂຕ​ໄປ​ຍ່າງ​ຫຼິ້ນ​ຢູ່​ໃນ​ຕົວ​ເມືອງ​ແຖວ​ທີ່​ຂ້ອຍ​ຢູ່. ແລະ​ປົກກະຕິ​ແລ້ວ​ພະຍານ​ພະເຢໂຫວາ​ມັກ​ຈະ​ມາ​ຕັ້ງ​ລໍ້​ວາງ​ສະແດງ​ປຶ້ມ​ຢູ່​ບ່ອນ​ນັ້ນ. ເຂົາເຈົ້າ​ແຕ່ງ​ໂຕ​ດີ​ແລະ​ມັກ​ທັກທາຍ​ຄົນ​ທີ່​ຍ່າງ​ກາຍ​ໄປ​ກາຍ​ມາ​ດ້ວຍ​ຮອຍ​ຍິ້ມ​ທີ່​ອົບອຸ່ນ.

“ພະຍານ​ພະເຢໂຫວາ​ບໍ່​ພຽງ​ແຕ່​ເຮັດ​ດີ​ກັບ​ຄົນ​ເທົ່ານັ້ນ ແຕ່​ຍັງ​ເຮັດ​ດີ​ກັບ​ໝາ​ຂອງ​ຂ້ອຍ​ນຳ. ມື້​ໜຶ່ງ​ພະຍານ​ພະເຢໂຫວາ​ຄົນ​ໜຶ່ງ​ທີ່​ຊື່ ອີເລນ​ເຊິ່ງ​ຢືນ​ຢູ່​ຂ້າງ​ລໍ້​ວາງ​ສະແດງ​ປຶ້ມ​ໄດ້​ເອົາ​ເຂົ້າໜົມ​ຄຸກ​ກີ້​ໃຫ້​ໝາ​ຂອງ​ຂ້ອຍ. ແລະ​ຕັ້ງ​ແຕ່​ນັ້ນ​ມາ​ທຸກ​ເທື່ອ​ທີ່​ຂ້ອຍ​ພາ​ໝາ​ໄປ​ຍ່າງ ມັນ​ກໍ​ມັກ​ຈະ​ດຶງ​ຂ້ອຍ​ໄປ ‘ບ່ອນ​ທີ່​ໄດ້​ກິນ​ເຂົ້າໜົມ​ນັ້ນ.’

“ຫຼາຍ​ເດືອນ​ຜ່ານ​ໄປ. ໝາ​ຂອງ​ຂ້ອຍ​ກໍ​ມີ​ຄວາມສຸກ​ທີ່​ໄດ້​ກິນ​ເຂົ້າໜົມ​ຄຸກ​ກີ້ ແລະ​ຂ້ອຍ​ເອງ​ກໍ​ຮູ້ສຶກ​ມ່ວນ​ທີ່​ໄດ້​ລົມ​ສັ້ນໆ​ກັບ​ພະຍານ​ພະເຢໂຫວາ. ແຕ່​ຂ້ອຍ​ກໍ​ບໍ່​ຢາກ​ສະໜິດ​ກັບ​ເຂົາເຈົ້າ​ຫຼາຍ​ປານ​ໃດ ເພາະ​ຕອນ​ນີ້​ຂ້ອຍ​ກໍ​ອາຍຸ​ຫຼາຍ​ກວ່າ 70 ປີ​ແລ້ວ ແລະ​ຂ້ອຍ​ກໍ​ບໍ່​ຮູ້​ວ່າ​ພະຍານ​ພະເຢໂຫວາ​ເຊື່ອ​ແບບ​ໃດ ແຖມ​ຂ້ອຍ​ຍັງ​ເຄີຍ​ຜິດ​ຫວັງ​ກັບ​ສາສະໜາ​ໂປຣແຕສະຕັງ. ຂ້ອຍ​ກໍ​ເລີຍ​ຄິດ​ວ່າ​ດີ​ທີ່​ສຸດ​ແມ່ນ​ອ່ານ​ຄຳພີໄບເບິນ​ເອົາ​ເອງ.

“ໃນ​ເວລາ​ດຽວ​ກັນ ຂ້ອຍ​ກໍ​ໄດ້​ເຫັນ​ພະຍານ​ອີກ​ກຸ່ມ​ໜຶ່ງ​ໄດ້​ຕັ້ງ​ລໍ້​ວາງ​ສະແດງ​ປຶ້ມ​ຢູ່​ຈຸດ​ຕ່າງໆ​ຂອງ​ເມືອງ. ເຂົາເຈົ້າ​ເຮັດ​ດີ​ແລະ​ເປັນ​ມິດ​ກັບ​ທຸກຄົນ​ຄືກັນ. ເຂົາເຈົ້າ​ຍັງ​ໄດ້​ຕອບ​ຄຳຖາມ​ຂ້ອຍ​ຫຼາຍ​ຂໍ້​ຈາກ​ຄຳພີໄບເບິນ ນີ້​ເຮັດ​ໃຫ້​ຂ້ອຍ​ເລີ່ມ​ໄວ້ໃຈ​ເຂົາເຈົ້າ.

“ມື້​ໜຶ່ງ​ອີເລນ​ຖາມ​ຂ້ອຍ​ວ່າ: ‘ເຈົ້າ​ເຊື່ອ​ບໍ​ວ່າ​ສັດ​ຕ່າງໆ​ເປັນ​ຂອງຂວັນ​ຈາກ​ພະເຈົ້າ?’ ຂ້ອຍ​ຕອບ​ລາວ​ວ່າ: ‘ເຊື່ອ​ແທ້!’ ແລ້ວ​ອີເລນ​ກໍ​ໄດ້​ອ່ານ​ເອຊາອີ 11:6-9 ໃຫ້​ຂ້ອຍ​ຟັງ. ຫຼັງຈາກນັ້ນ ຂ້ອຍ​ກໍ​ຮູ້ສຶກ​ຢາກ​ຮຽນ​ຮູ້​ກ່ຽວ​ກັບ​ຄຳພີໄບເບິນ​ຫຼາຍ​ຂຶ້ນ ແຕ່​ຂ້ອຍ​ຍັງ​ບໍ່​ກ້າ​ຮັບ​ເອົາ​ປຶ້ມ​ຕ່າງໆ​ຂອງ​ພະຍານ​ພະເຢໂຫວາ​ເທື່ອ.

“ຫຼາຍ​ມື້​ຕໍ່ມາ ຂ້ອຍ​ກໍ​ຮູ້ສຶກ​ມ່ວນ​ທີ່​ໄດ້​ລົມ​ກັບ​ອີເລນ​ແລະ​ເບັນ​ຜົວ​ຂອງ​ລາວ. ເຖິງ​ວ່າ​ເຮົາ​ຈະ​ລົມ​ກັນ​ສັ້ນໆ ແຕ່​ມັນ​ກໍ​ເປັນ​ເລື່ອງ​ທີ່​ໜ້າສົນໃຈ. ເຂົາເຈົ້າ​ໄດ້​ແນະນຳ​ໃຫ້​ຂ້ອຍ​ອ່ານ​ມັດທາຍ​ເຖິງ​ກິດຈະການ​ເພື່ອ​ຈະ​ເຂົ້າໃຈ​ວ່າ​ຄລິດສະຕຽນ​ແທ້​ເປັນ​ແນວໃດ ແລະ​ຂ້ອຍ​ກໍ​ໄດ້​ເຮັດ​ຕາມ​ນັ້ນ. ບໍ່​ດົນ​ຫຼັງຈາກນັ້ນ ຂ້ອຍ​ກໍ​ເລີ່ມ​ສຶກສາ​ຄຳພີໄບເບິນ​ກັບ​ເບັນ​ແລະ​ອີເລນ ເຊິ່ງ​ໃນ​ຕອນນັ້ນ​ເປັນ​ລະດູ​ຮ້ອນ​ປີ 2016.

“ຂ້ອຍ​ມັກ​ສຶກສາ​ຄຳພີໄບເບິນ​ແລະ​ລໍ​ຖ້າ​ມື້​ທີ່​ຈະ​ໄດ້​ສຶກສາ​ແລະ​ເຂົ້າຮ່ວມ​ການ​ປະຊຸມ. ຂ້ອຍ​ມີ​ຄວາມສຸກ​ຫຼາຍ​ທີ່​ໄດ້​ຮຽນ​ຮູ້​ວ່າ​ຄຳພີໄບເບິນ​ສອນ​ແນວໃດ​ແທ້ໆ. ໜຶ່ງ​ປີ​ຕໍ່ມາ ຂ້ອຍ​ກໍ​ໄດ້​ຮັບ​ບັບເຕມາ. ຕອນ​ນີ້​ຂ້ອຍ​ອາຍຸ 79 ປີ​ແລ້ວ ແລະ​ຂ້ອຍ​ຮູ້ສຶກ​ດີ​ໃຈ​ຫຼາຍ​ແທ້ໆ​ທີ່​ໄດ້​ພົບ​ສາສະໜາ​ແທ້. ພະເຢໂຫວາ​ອວຍພອນ​ຂ້ອຍ​ໂດຍ​ໃຫ້​ຂ້ອຍ​ເຂົ້າ​ມາ​ຢູ່​ໃນ​ຄອບຄົວ​ຂອງ​ເພິ່ນເຊິ່ງ​ເປັນ​ຄອບຄົວ​ໃຫຍ່​ທີ່​ຢູ່​ທົ່ວ​ໂລກ.”