ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 3

ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ຖືກ​ຄົ້ນ​ພົບ​ຄືນ​ໂດຍ​ວິທີ​ໃດ?

ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ຖືກ​ຄົ້ນ​ພົບ​ຄືນ​ໂດຍ​ວິທີ​ໃດ?

ນັກ​ສຶກສາ​ຄຳພີ​ໄບເບິນ​ໃນ​ຊຸມ​ປີ 1870

ຫໍສັງເກດການ ສະບັບ​ທຳອິດ ປີ 1879

ຫໍສັງເກດການ ໃນ​ປັດຈຸບັນ

ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ວ່າ​ພາຍ​ຫຼັງ​ການ​ເສຍ​ຊີວິດ​ຂອງ​ພະ​ເຍຊູ ຜູ້​ສອນ​ປອມ​ຈະ​ປາກົດ​ຕົວ​ໃນ​ທ່າມກາງ​ຄລິດສະຕຽນ​ຮຸ່ນ​ທຳອິດ​ແລະ​ຈະ​ເຮັດ​ໃຫ້​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ເສື່ອມ​ເສຍ. (ກິດຈະການ 20:29, 30) ຕໍ່​ມາ ນັ້ນ​ຄື​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ. ເຂົາ​ເຈົ້າ​ປະສົມ​ປະສານ​ຄຳ​ສອນ​ຂອງ​ພະ​ເຍຊູ​ເຂົ້າ​ກັບ​ແນວ​ຄິດ​ຂອງ​ສາສະໜາ​ນອກ​ຮີດ ແລະ​ສາສະໜາ​ຄລິດສະຕຽນ​ປອມ​ກໍ​ປາກົດ​ຕົວ​ຂຶ້ນ. (2 ຕີໂມເຕ 4:3, 4) ພວກ​ເຮົາ​ຈະ​ແນ່​ໃຈ​ໄດ້​ແນວ​ໃດ​ວ່າ​ໃນ​ປັດຈຸບັນ​ນີ້​ພວກ​ເຮົາ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ຖືກຕ້ອງ​ກ່ຽວ​ກັບ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ແທ້ໆ?

ເຖິງ​ເວລາ​ທີ່​ພະ​ເຢໂຫວາ​ຈະ​ເປີດ​ເຜີຍ​ຄວາມ​ຈິງ. ພະອົງ​ບອກ​ລ່ວງ​ໜ້າ​ວ່າ​ໃນ​ລະຫວ່າງ “ຄາວ​ທີ່​ສຸດ . . . ຄວາມ​ຮູ້​ຈະ​ມາກ​ທະວີ​ຂຶ້ນ.” (ດານຽນ 12:4) ໃນ​ປີ 1870 ກຸ່ມ​ນ້ອຍ ໆ ກຸ່ມ​ໜຶ່ງ​ທີ່​ສະແຫວງ​ຫາ​ຄວາມ​ຈິງ​ໄດ້​ສຳນຶກ​ວ່າ​ຄຳ​ສອນ​ຕ່າງ ໆ ໃນ​ໂບດ​ບໍ່​ເປັນ​ໄປ​ຕາມ​ພະ​ຄຳພີ. ດ້ວຍ​ເຫດ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ເລີ່ມ​ຕົ້ນ​ຄົ້ນ​ຄວ້າ​ເພື່ອ​ຈະ​ເຂົ້າ​ໃຈ​ຄຳ​ສອນ​ດັ້ງເດີມ​ໃນ​ຄຳພີ​ໄບເບິນ ແລະ​ພະ​ເຢໂຫວາ​ອວຍ​ພອນ​ເຂົາ​ເຈົ້າ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ຂໍ້​ພະ​ຄຳພີ​ຢ່າງ​ຈະ​ແຈ້ງ.

ຄົນ​ທີ່​ຈິງ​ໃຈ​ສຶກສາ​ຄົ້ນ​ຄວ້າ​ຄຳພີ​ໄບເບິນ​ຢ່າງ​ລະອຽດ​ຖີ່​ຖ້ວນ. ນັກ​ສຶກສາ​ຄົ້ນ​ຄວ້າ​ຄຳພີ​ໄບເບິນ​ທີ່​ຈິງ​ໃຈ​ເຫຼົ່າ​ນັ້ນ ເຊິ່ງ​ກໍ​ຄື​ຜູ້​ລິເລີ່ມ​ກ່ອນ​ພວກ​ເຮົາ ໄດ້​ນຳ​ໃຊ້​ວິທີ​ການ​ສຶກສາ​ທີ່​ພວກ​ເຮົາ​ຍັງ​ໃຊ້​ຢູ່​ໃນ​ປັດຈຸບັນ​ນີ້. ເຂົາ​ເຈົ້າ​ພິຈາລະນາ​ຄຳພີ​ໄບເບິນ​ເປັນ​ແຕ່​ລະ​ຫົວ​ເລື່ອງ. ເມື່ອ​ເຂົາ​ເຈົ້າ​ພໍ້​ຂໍ້​ຄວາມ​ໃນ​ຄຳພີ​ໄບເບິນ​ທີ່​ເຂົ້າ​ໃຈ​ຍາກ ເຂົາ​ເຈົ້າ​ເບິ່ງ​ພະ​ຄຳພີ​ຂໍ້​ອື່ນ ໆ ທີ່​ຊ່ວຍ​ອະທິບາຍ​ຂໍ້​ນັ້ນ. ເມື່ອ​ເຂົາ​ເຈົ້າ​ໄດ້​ຂໍ້​ສະຫຼຸບ​ທີ່​ສອດຄ່ອງ​ກັບ​ພະ​ຄຳພີ​ຂໍ້​ອື່ນ ໆ ​ເຂົາ​ເຈົ້າ​ກໍ​ຂຽນ​ໄວ້. ໂດຍ​ນຳ​ໃຊ້​ວິທີ​ການ​ແບບ​ນີ້​ເຮັດ​ໃຫ້​ຄຳພີ​ໄບເບິນ​ອະທິບາຍ​ຄວາມ​ໝາຍ​ເອົາ​ເອງ ເຂົາ​ເຈົ້າ​ຈຶ່ງ​ຄົ້ນ​ພົບ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ຄືນ​ອີກ​ກ່ຽວ​ກັບ​ຊື່​ແລະ​ລາຊະອານາຈັກ​ຂອງ​ພະເຈົ້າ ຈຸດ​ປະສົງ​ຂອງ​ພະອົງ​ສຳລັບ​ມະນຸດ ສະພາບ​ຂອງ​ຄົນ​ຕາຍ ແລະ​ຄວາມ​ຫວັງ​ເລື່ອງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ. ການ​ສຶກສາ​ຄົ້ນ​ຄວ້າ​ນີ້​ປົດ​ປ່ອຍ​ເຂົາ​ເຈົ້າ​ໃຫ້​ເປັນ​ອິດ​ສະຫຼະ​ຈາກ​ຄວາມ​ເຊື່ອ​ແລະ​ການ​ປະຕິບັດ​ຫຼາຍ​ຢ່າງ​ທີ່​ບໍ່​ຖືກຕ້ອງ.—ໂຢຮັນ 8:31, 32

ມາ​ຮອດ​ປີ 1879 ນັກ​ສຶກສາ​ຄຳພີ​ໄບເບິນ​ເຫັນ​ວ່າ​ຮອດ​ເວລາ​ແລ້ວ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ຈິງ​ເປັນ​ທີ່​ຮູ້ຈັກ​ຢ່າງ​ທົ່ວ​ເຖິງ. ດັ່ງ​ນັ້ນ ໃນ​ປີ​ນັ້ນ​ເອງ ເຂົາ​ເຈົ້າ​ເລີ່ມ​ຕົ້ນ​ພິມ​ວາລະສານ​ທີ່​ພວກ​ເຮົາ​ກໍ​ຍັງ​ພິມ​ຢູ່​ໃນ​ປັດຈຸບັນ​ນີ້ ນັ້ນ​ຄື​ຫໍສັງເກດການ​ປະກາດ​ລາຊະອານາຈັກ​ຂອງ​ພະ​ເຢໂຫວາ. ໃນ​ທຸກ​ມື້​ນີ້​ພວກ​ເຮົາ​ກຳລັງ​ບອກ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ກັບ​ຜູ້​ຄົນ​ໃນ​ຫຼາຍ​ກວ່າ 240 ດິນແດນ​ແລະ​ໃນ​ຫຼາຍ​ກວ່າ 750 ພາສາ. ບໍ່​ເຄີຍ​ມີ​ຄວາມ​ຮູ້​ທີ່​ຖືກຕ້ອງ​ແພ່​ຫຼາຍ​ຂະໜາດ​ນີ້!

  • ພາຍ​ຫຼັງ​ການ​ສິ້ນ​ຊີວິດ​ຂອງ​ພະ​ຄລິດ ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ?

  • ສິ່ງ​ໃດ​ທີ່​ເຮັດ​ໃຫ້​ເຮົາ​ສາມາດ​ຄົ້ນ​ພົບ​ຄວາມ​ຈິງ​ໃນ​ພະ​ຄຳ​ຂອງ​ພະເຈົ້າ​ຄືນ​ອີກ?