ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳ​ນຳ

ຄຳ​ນຳ

ຊີວິດ​ຖືກ​ສ້າງ​ຂຶ້ນ​ມາ​ຫລື​ເກີດ​ຈາກ​ຄວາມ​ບັງເອີນ​ທີ່​ບໍ່​ມີ​ການ​ຄວບຄຸມ? ມີ​ບໍ່​ເທົ່າ​ໃດ​ຄຳຖາມ​ໃນ​ໂລກ​ທີ່​ເກີດ​ເລື່ອງ​ໂຕ້​ແຍ່ງ​ກັນ​ປານ​ຄຳຖາມ​ນີ້. ແຕ່​ວ່າ​ຄຳຕອບ​ນີ້​ສຳຄັນ​ຫລາຍ. ຈຸນລະສານ​ນີ້​ພິຈາລະນາ​ຄຳຖາມ​ຕໍ່​ໄປ​ນີ້:

  • ດາວ​ເຄາະ​ຂອງ​ເຮົາ​ຖືກ​ອອກ​ແບບ​ເພື່ອ​ໃຫ້​ສິ່ງ​ທີ່​ມີ​ຊີວິດ​ຢູ່​ບໍ?

  • ເຮົາ​ຮຽນ​ສິ່ງ​ໃດ​ຈາກ​ຫລັກຖານ​ການ​ອອກ​ແບບ​ທີ່​ມີ​ຢູ່​ໃນ​ທຳມະຊາດ?

  • ການ​ສອນ​ເລື່ອງ​ວິວັດທະນາການ​ຕັ້ງ​ຢູ່​ບົນ​ພື້ນຖານ​ຂອງ​ຄວາມ​ຈິງ​ບໍ?

  • ບັນທຶກ​ກ່ຽວ​ກັບ​ການ​ສ້າງ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ບໍ່​ສອດຄ່ອງ​ກັບ​ວິທະຍາສາດ​ບໍ?

  • ສິ່ງ​ທີ່​ທ່ານ​ເຊື່ອ​ເປັນ​ຫຍັງ​ຈຶ່ງ​ສຳຄັນ?