ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ທົບ​ທວນ​ຕອນ 2

ຄຳຖາມ​ທົບ​ທວນ​ຕອນ 2

ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

  1. ພະເຈົ້າ​ຈະ​ເຮັດ​ຫຍັງ​ກັບ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ?

    (ເບິ່ງ ບົດ​ທີ 13.)

  2. ອ່ານ​ອົບພະຍົບ 20:4-6

    • ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ເມື່ອ​ບາງ​ຄົນ​ໃຊ້​ຮູບ​ບູຊາ​ເພື່ອ​ນະມັດສະການ​ເພິ່ນ?

      (ເບິ່ງ ບົດ​ທີ 14.)

  3. ພະ​ເຢຊູ​ແມ່ນ​ໃຜ?

    (ເບິ່ງ ບົດ​ທີ 15.)

  4. ເຈົ້າ​ມັກ​ຄຸນ​ລັກສະນະ​ໃດ​ແດ່​ຂອງ​ພະ​ເຢຊູ?

    (ເບິ່ງ ບົດ​ທີ 17.)

  5. ອ່ານ​ໂຢຮັນ 13:34, 35 ແລະ​ກິດຈະການ 5:42

    • ໃຜ​ແມ່ນ​ຄລິດສະຕຽນ​ແທ້​ໃນ​ທຸກ​ມື້​ນີ້? ອັນ​ໃດ​ເຮັດ​ໃຫ້​ເຈົ້າ​ໝັ້ນ​ໃຈ​ວ່າ​ເຂົາເຈົ້າ​ເປັນ​ຄລິດສະຕຽນ​ແທ້?

      (ເບິ່ງ ບົດ​ທີ 18 ແລະ 19.)

  6. ໃຜ​ເປັນ​ຜູ້​ນຳ​ຂອງ​ປະຊາຄົມ ແລະ​ເພິ່ນ​ເບິ່ງ​ແຍງ​ປະຊາຄົມ​ແນວ​ໃດ?

    (ເບິ່ງ ບົດ​ທີ 20.)

  7. ອ່ານ​ມັດທາຍ 24:14

    • ຄຳ​ພະຍາກອນ​ນີ້​ກຳລັງ​ເກີດຂຶ້ນ​ແທ້​ແນວ​ໃດ​ໃນ​ທຸກ​ມື້​ນີ້?

    • ເຈົ້າ​ໄດ້​ບອກ​ຂ່າວ​ດີ​ໃຫ້​ໃຜ​ຟັງ​ແດ່?

      (ເບິ່ງ ບົດ​ທີ 21 ແລະ 22.)

  8. ເຈົ້າ​ຄິດ​ວ່າ​ການ​ຮັບ​ບັບເຕມາ​ເປັນ​ເປົ້າ​ໝາຍ​ທີ່​ສຳຄັນ​ບໍ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບ​ນັ້ນ?

    (ເບິ່ງ ບົດ​ທີ 23.)

  9. ເຈົ້າ​ຈະ​ປົກປ້ອງ​ໂຕ​ເອງ​ຈາກ​ຊາຕານ​ແລະ​ພວກ​ປີສາດ​ໄດ້​ແນວ​ໃດ?

    (ເບິ່ງ ບົດ​ທີ 24.)

  10. ພະເຈົ້າ​ຢາກ​ໃຫ້​ເຮົາ​ມີ​ຊີວິດ​ແບບ​ໃດ?

    (ເບິ່ງ ບົດ​ທີ 25.)

  11. ເປັນ​ຫຍັງ​ຄົນ​ເຮົາ​ຕ້ອງ​ມີ​ຄວາມທຸກ​ແລະ​ຕ້ອງ​ຕາຍ?

    (ເບິ່ງ ບົດ​ທີ 26.)

  12. ອ່ານ​ໂຢຮັນ 3:16

    • ພະ​ເຢໂຫວາ​ເຮັດ​ຫຍັງ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ?

      (ເບິ່ງ ບົດ​ທີ 27.)

  13. ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 9:5

    • ຕາຍ​ແລ້ວ​ເປັນ​ແນວ​ໃດ?

    • ພະ​ເຢຊູ​ຈະ​ເຮັດ​ຫຍັງ​ເພື່ອ​ຫຼາຍ​ພັນ​ລ້ານ​ຄົນ​ທີ່​ຕາຍ​ໄປ​ແລ້ວ?

      (ເບິ່ງ ບົດ​ທີ 29 ແລະ 30.)

  14. ເປັນ​ຫຍັງ​ການ​ປົກຄອງ​ຂອງ​ພະເຈົ້າ​ຈຶ່ງ​ດີ​ກວ່າ​ການ​ປົກຄອງ​ອື່ນໆ?

    (ເບິ່ງ ບົດ​ທີ 31 ແລະ 33.)

  15. ເຈົ້າ​ເຊື່ອ​ບໍ​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ກຳລັງ​ປົກຄອງ​ຢູ່? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເຊື່ອ​ແບບ​ນັ້ນ? ການ​ປົກຄອງ​ນີ້​ໄດ້​ເລີ່ມ​ປົກຄອງ​ຕັ້ງ​ແຕ່​ຕອນ​ໃດ?

    (ເບິ່ງ ບົດ​ທີ 32.)