ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 89

ຟັງ ເຮັດ​ຕາມ ແລ້ວ​ຈະ​ໄດ້​ພອນ

ຟັງ ເຮັດ​ຕາມ ແລ້ວ​ຈະ​ໄດ້​ພອນ

(ລືກາ 11:28)

  1. 1. ພະ​ຄລິດ​ສອນ​ເຮົາ​ແລະ​ວາງ​ແບບ​ຢ່າງ​ໃຫ້​ພວກ​ເຮົາ

    ເຮົາ​ເຮັດ​ແນວ​ໃດ​ທີ່​ສະແດງ​ວ່າ​ເຊື່ອ​ຟັງ

    ເຮົາ​ມີ​ຄວາມ​ສຸກ​ເມື່ອ​ໄດ້​ຍິນ​ແລະ​ໄດ້​ເຂົ້າ​ໃຈ

    ຖ້າ​ເຮົາ​ຮຽນ​ແລ້ວ​ເຮົາ​ເຮັດ​ຕາມ​ຈະ​ໄດ້​ພອນ

    (ທ່ອນ​ຊ້ຳ)

    ຟັງ ແລ້ວ​ເຮັດ​ຕາມ ຈະ​ໄດ້​ພອນ

    ເມື່ອ​ຮູ້​ຄຳ​ສອນ​ຂອງ​ພະເຈົ້າ

    ເຮົາ​ໄດ້​ມີ​ຄວາມ​ສຸກ​ແລະ​ຄວາມ​ສະຫງົບ​ໃຈ

    ຟັງ ແລ້ວ​ເຮັດ​ຕາມ ຈະ​ໄດ້​ພອນ

  2. 2. ທາງ​ແຫ່ງ​ຊີວິດ​ປຽບ​ດັ່ງ​ເຮືອນ​ທີ່​ຕັ້ງ​ໝັ້ນ​ຄົງ

    ທີ່​ສ້າງ​ເທິງ​ຫີນ​ບໍ່​ແມ່ນ​ສ້າງ​ເທິງ​ດິນ​ຊາຍ

    ຖ້າ​ເຮົາ​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ພະ​ເຍຊູ

    ຄື​ເຮົາ​ສ້າງ​ຊີວິດ​ເທິງ​ບ່ອນ​ທີ່​ໝັ້ນ​ຄົງ

    (ທ່ອນ​ຊ້ຳ)

    ຟັງ ແລ້ວ​ເຮັດ​ຕາມ ຈະ​ໄດ້​ພອນ

    ເມື່ອ​ຮູ້​ຄຳ​ສອນ​ຂອງ​ພະເຈົ້າ

    ເຮົາ​ໄດ້​ມີ​ຄວາມ​ສຸກ​ແລະ​ຄວາມ​ສະຫງົບ​ໃຈ

    ຟັງ ແລ້ວ​ເຮັດ​ຕາມ ຈະ​ໄດ້​ພອນ

  3. 3. ດັ່ງ​ຕົ້ນ​ໄມ້​ໃຫຍ່​ທີ່​ປູກ​ໄວ້​ຢູ່​ໃກ້​ແຄມ​ນ້ຳ

    ກໍ​ຈະ​ເກີດ​ໝາກ​ຕາມ​ລະດູ​ການ​ຂອງ​ມັນ

    ຄື​ກັບ​ເຊື່ອ​ຟັງ​ເຢໂຫວາ​ດັ່ງ​ລູກ​ຊາຍ​ຍິງ

    ເຮົາ​ຈະ​ໄດ້​ພອນ​ແລະ​ຊີວິດ​ຕະຫຼອດ​ໄປ

    (ທ່ອນ​ຊ້ຳ)

    ຟັງ ແລ້ວ​ເຮັດ​ຕາມ ຈະ​ໄດ້​ພອນ

    ເມື່ອ​ຮູ້​ຄຳ​ສອນ​ຂອງ​ພະເຈົ້າ

    ເຮົາ​ໄດ້​ມີ​ຄວາມ​ສຸກ​ແລະ​ຄວາມ​ສະຫງົບ​ໃຈ

    ຟັງ ແລ້ວ​ເຮັດ​ຕາມ ຈະ​ໄດ້​ພອນ