ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 74

ຮ່ວມ​ກັນ​ຮ້ອງ​ເພງ​ລາຊະອານາຈັກ​ພະເຈົ້າ!

ຮ່ວມ​ກັນ​ຮ້ອງ​ເພງ​ລາຊະອານາຈັກ​ພະເຈົ້າ!

(ຄຳເພງ 98:1)

  1. 1. ນີ້​ເປັນ​ບົດ​ເພງ ແຫ່ງ​ໄຊ​ຊະນະ​ແລະ​ຄວາມ​ສຸກ

    ເປັນ​ເພງ​ສັນ​ເສີນ ເຊີດຊູ​ພະເຈົ້າ​ຍິ່ງໃຫຍ່

    ເນື້ອ​ໃນ​ບົດ​ເພງ ກະຕຸ້ນ​ຄວາມ​ຫວັງ​ຄວາມ​ພັກດີ

    ມາ​ຮ້ອງ​ເພງ​ນີ້ ເພງ​ລາຊະອານາຈັກ

    (ທ່ອນ​ຊ້ຳ)

    ນະມັດສະການ ຕໍ່​ໜ້າ​ບັນລັງ

    ປະກາດ​ໃຫ້​ດັງ ເຍຊູ​ປົກຄອງ!

    ມາ​ຮຽນ​ເພງ​ນີ້ ເພງ​ການ​ປົກຄອງ​ຂອງ​ພະເຈົ້າ

    ຂາບ​ໄຫວ້​ພະອົງ ສັນ​ເສີນ​ນາມ​ບໍລິສຸດ

  2. 2. ດ້ວຍ​ເພງ​ໃໝ່​ນີ້ ບອກ​ການ​ປົກຄອງ​ຂອງ​ພະເຈົ້າ

    ເຍຊູ​ປົກຄອງ ໂລກ​ຢູ່​ພາຍ​ໃຕ້​ພະອົງ

    ດັ່ງ​ທີ່​ບອກ​ໄວ້ ຈະ​ມີ​ຊາດ​ໃໝ່​ເກີດ​ຂຶ້ນ​ມາ

    ພາ​ກັນ​ນຳ​ພາ ປົກຄອງ​ຮ່ວມ​ກັບ​ເຍຊູ

    (ທ່ອນ​ຊ້ຳ)

    ນະມັດສະການ ຕໍ່​ໜ້າ​ບັນລັງ

    ປະກາດ​ໃຫ້​ດັງ ເຍຊູ​ປົກຄອງ!

    ມາ​ຮຽນ​ເພງ​ນີ້ ເພງ​ການ​ປົກຄອງ​ຂອງ​ພະເຈົ້າ

    ຂາບ​ໄຫວ້​ພະອົງ ສັນ​ເສີນ​ນາມ​ບໍລິສຸດ

  3. 3. ເພງ​ອານາຈັກ ຄົນ​ຖ່ອມ​ຈະ​ຮ່ວມ​ຮ້ອງ​ດ້ວຍ​ກັນ

    ຖ້ອຍຄຳ​ອົບອຸ່ນ ຊ່ວຍ​ເຮົາ​ເຂົ້າ​ໃຈ​ຄວາມ​ຈິງ

    ຄົນ​ຈາກ​ທົ່ວ​ໂລກ ຕອນ​ນີ້​ກຳລັງ​ຮຽນ​ດ້ວຍ​ກັນ

    ແລະ​ຄົນ​ເຫຼົ່າ​ນັ້ນ ກໍ​ບອກ​ຄົນ​ອື່ນ​ຕໍ່​ໄປ

    (ທ່ອນ​ຊ້ຳ)

    ນະມັດສະການ ຕໍ່​ໜ້າ​ບັນລັງ

    ປະກາດ​ໃຫ້​ດັງ ເຍຊູ​ປົກຄອງ!

    ມາ​ຮຽນ​ເພງ​ນີ້ ເພງ​ການ​ປົກຄອງ​ຂອງ​ພະເຈົ້າ

    ຂາບ​ໄຫວ້​ພະອົງ ສັນ​ເສີນ​ນາມ​ບໍລິສຸດ

(ເບິ່ງ​ຕື່ມ ເພງ. 95:6; 1 ເປ. 2:9, 10; ຄຳປ. 12:10)