ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 139

ນຶກ​ພາບ​ເມື່ອ​ທຸກ​ສິ່ງ​ກາຍ​ເປັນ​ສິ່ງ​ໃໝ່

ນຶກ​ພາບ​ເມື່ອ​ທຸກ​ສິ່ງ​ກາຍ​ເປັນ​ສິ່ງ​ໃໝ່

(ຄຳປາກົດ 21:1-5)

  1. 1. ໃຫ້​ນຶກ​ພາບ​ວ່າ​ໄດ້​ເຫັນ​ຕົວ​ເອງ

    ກັບ​ພວກ​ພີ່​ນ້ອງ​ວ່າ​ຢູ່​ໃນ​ໂລກ​ໃໝ່​ແລ້ວ

    ມີ​ຄວາມ​ສະຫງົບ​ແລະ​ມີ​ຄວາມ​ສຸກ

    ຢູ່​ຢ່າງ​ສັນຕິ​ແລະ​ມີ​ອິດ​ສະຫຼະ

    ສິ່ງ​ທີ່​ບໍ່​ດີ​ບໍ່​ມີ​ຕໍ່​ໄປ

    ພະເຈົ້າ​ຈະ​ປົກຄອງ​ດ້ວຍ​ຍຸຕິທຳ

    ເວລາ​ທີ່​ໂລກ​ນີ້​ເປັນ​ໂລກ​ໃໝ່​ໃກ້​ເຂົ້າ​ມາ

    ພວກ​ເຮົາ​ມາ​ຮ່ວມ​ກັນ​ຮ້ອງ​ບົດ​ເພງ​ສັນ​ເສີນ​ສຸດ​ໃຈ

    (ທ່ອນ​ຊ້ຳ)

    ເຮົາ​ຂອບໃຈ​ພະເຈົ້າ ສຳລັບ​ທຸກ​ທຸກ​ຢ່າງ

    ສິ່ງ​ດີ​ຕ່າງ​ຕ່າງ​ທີ່​ເຮັດ​ທາງ​ພະ​ເຍຊູ

    ດ້ວຍ​ກຽດ​ແລະ​ຄວາມ​ຍິນ​ດີ​ເຮົາ​ຈຶ່ງ​ຮ້ອງ​ເພງ​ຈາກ​ໃຈ

    ເພື່ອ​ໃຫ້​ຄຳ​ສັນ​ເສີນ ຄວາມ​ນັບຖື ໃຫ້​ກຽດ​ພະອົງ

  2. 2. ນຶກ​ເຫັນ​ຕົວ​ເອງ​ໃຫ້​ເຫັນ​ຕົວ​ເຮົາ

    ໃຫ້​ນຶກ​ໄປ​ເຖິງ​ຕອນ​ທີ່​ໂລກ​ເປັນ​ໂລກ​ໃໝ່

    ຈະ​ບໍ່​ໄດ້​ຍິນ​ແລະ​ຈະ​ບໍ່​ເຫັນ

    ການ​ເຕືອນ​ໄພ​ຫຼື​ສິ່ງ​ເຮັດ​ໃຫ້​ເຮົາ​ຢ້ານ

    ທີ່​ພະອົງ​ກ່າວ​ຈະ​ຕ້ອງ​ເປັນ​ຈິງ

    ເຮົາ​ຈະ​ສຸກ​ໃຈ​ຢູ່​ພາຍ​ໃຕ້​ພະອົງ

    ຄົນ​ຕາຍ​ກໍ່​ຖືກ​ປຸກ​ໃຫ້​ກັບ​ມາ​ມີ​ຊີວິດ

    ເຂົາ​ຈະ​ມາ​ຮ່ວມ​ສັນ​ເສີນ​ເຢໂຫວາ​ກັບ​ພວກ​ເຮົາ

    (ທ່ອນ​ຊ້ຳ)

    ເຮົາ​ຂອບໃຈ​ພະເຈົ້າ ສຳລັບ​ທຸກ​ທຸກ​ຢ່າງ

    ສິ່ງ​ດີ​ຕ່າງ​ຕ່າງ​ທີ່​ເຮັດ​ທາງ​ພະ​ເຍຊູ

    ດ້ວຍ​ກຽດ​ແລະ​ຄວາມ​ຍິນ​ດີ​ເຮົາ​ຈຶ່ງ​ຮ້ອງ​ເພງ​ຈາກ​ໃຈ

    ເພື່ອ​ໃຫ້​ຄຳ​ສັນ​ເສີນ ຄວາມ​ນັບຖື ໃຫ້​ກຽດ​ພະອົງ