ຂ້າມໄປທີ່ເນື້ອໃນ

ມີ​ຜູ້​ອອກ​ແບບ​ບໍ?

ນ້ຳ​ເມືອກ​ຂອງ​ແຮັກຟິຊ

ນ້ຳ​ເມືອກ​ຂອງ​ແຮັກຟິຊ

 ເປັນ​ເວລາ​ຫຼາຍ​ປີ​ທີ່​ນັກ​ວິທະຍາສາດ​ສົນໃຈ​ນ້ຳ​ເມືອກ​ທີ່​ມີ​ລັກສະນະ​ຄ້າຍຄື​ວຸ້ນ​ຫຼື​ໄຮ​ໂດຣ​ເຈນ​ຂອງ​ແຮັກຟິຊ​ ເປັນຫຍັງ​ຈຶ່ງ​ໜ້າສົນໃຈ? ຍ້ອນ​ນ້ຳ​ເມືອກ​ຂອງ​ແຮັກຟິຊ​ ຂຶ້ນ​ຊື່​ວ່າ​ເປັນ​ໜຶ່ງ​ໃນ “ວັດສະດຸ​ຊີວະ​ພາບ​ທີ່​ຍືດຍຸ່ນ​ຫຼາຍ​ທີ່ສຸດ.”

 ລອງ​ຄິດ​ເບິ່ງ: ແຮັກຟິຊ​ເປັນ​ສິ່ງ​ມີ​ຊີວິດ​ຮູບ​ຮ່າ​ງ​ຄ້າຍຄື​ອ່ຽນ​ທີ່​ອາໄສ​ຢູ່​ໃຕ້​ທະເລ​ເລິກ. ເມື່ອ​ມັນ​ຖືກ​ໂຈມຕີ​ຈາກ​ປາ​ນັກ​ລ້າ ມັນ​ຈະ​ປ່ອຍ​ນ້ຳ​ເມືອກ​ຈາກ​ຕ່ອມ​ພິເສດ. ເມືອກ​ປະກອບ​ດ້ວຍ​ໂປຣຕີນ​ທີ່​ມີ​ລັກສະນະ​ຄ້າຍຄື​ວຸ້ນ​ແລະ​ເສັ້ນ​ສາຍ​ໂປຣຕີນ​ອີກ​ເປັນ​ຫຼາຍ​ພັນ​ເສັ້ນ. ໂປຣຕີນ​ເຫຼົ່ານີ້​ລວມ​ໂຕ​ກັນ​ແລະ​ປ່ຽນ​ນ້ຳ​ທີ່​ຢູ່​ຮອບ​ໂຕ​ມັນ​ໃຫ້​ກາຍ​ເປັນ​ນ້ຳ​ເມືອກ​ທີ່​ມີ​ລັກສະນະ​ຂຸ້ນ​ໜຽວ. ນ້ຳ​ເມືອກ​ນີ້​ຈະ​ເຂົ້າ​ໄປ​ອຸດ​ຕັນໃນ​ເຫືອກ​ຂອງ​ປາ​ນັກ​ລ່າ ເຮັດ​ໃຫ້​ປາ​ໂຕ​ນັ້ນ​ຮີບ​ປ່ອຍ​ມັນ​ແລະ​ໜີ​ໄປ​ທັນທີ.

 ນ້ຳ​ເມືອກ​ຂອງ​ແຮັກຟິຊ​ມີ​ລັກສະນະ​ພິເສດ​ຫຼາຍ. ເສັ້ນ​ສາຍ​ໂປຣຕີນ​ແຕ່​ລະ​ເສັ້ນ​ມີ​ຄວາມ​ໜາ​ເທົ່າ​ກັບ​ເສັ້ນ​ຜົມ​ຂອງ​ມະນຸດ​ໜຶ່ງ​ຮ້ອຍ​ເສັ້ນ ແລະ​ແຂງແຮງ​ຫຼາຍ​ກວ່າ​ໄນ​ລອນ​ສິບ​ເທົ່າ. ເມື່ອ​ນ້ຳ​ເມືອກ​ແລະ​ເສັ້ນ​ສາຍ​ຖືກ​ປ່ອຍ​ອອກ​ໃນ​ນ້ຳ​ທະເລ ທັງ​ສອງ​ຢ່າງ​ຈະ​ລວມ​ໂຕ​ກັນ​ເປັນ​ໂຄງ​ສ້າງ​ຮູບ​ຮ່າ​ງ​ຄ້າຍຄື​ກັບ​ກະແຕະ​ສາມ​ມິຕິ. ໂຄງ​ສ້າງ​ນີ້​ສາມາດ​ກັກ​ເກັບ​ນ້ຳ​ໄດ້​ເຖິງ 26.000 ເທົ່າ​ຂອງ​ນ້ຳ​ໜັກ​ໂຕ​ຂອງ​ມັນ. ແທ້ໆແລ້ວ​ສ່ວນ​ປະກອບ​ຂອງ​ເມືອກ​ນີ້​ເປັນ​ນ້ຳ​ເກືອບ 100 ເປີເຊັນ!

 ນັກ​ວິທະຍາສາດ​ບໍ່​ສາມາດ​ຮຽນແບບ​ນ້ຳ​ເມືອກ​ຂອງ​ແຮັກຟິຊ​ໄດ້. ນັກ​ຄົ້ນຄວ້າ​ຄົນ​ໜຶ່ງ​ບອກ​ວ່າ. “ລະບົບ​ທຳມະຊາດ​ນີ້​ມັນ​ຊັບຊ້ອນ​ຫຼາຍ​ເກີນ​ໄປ” ແຕ່​ນັກ​ວິທະຍາສາດ​ພະຍາຍາມ​ທີ່​ຈະ​ຜະລິດ​ເສັ້ນ​ສາຍ​ໂປຣຕີນ​ທີ່​ຕັດ​ຕໍ່​ທາງ​ພັນທຸກຳ​ໂດຍ​ໃຊ້​ແບັກທີເຣຍ. ເປົ້າໝາຍ​ຂອງ​ເຂົາເຈົ້າ​ຄື ເພື່ອ​ພັດທະນາ​ຜະລິດຕະພັນ​ທີ່​ມີ​ນ້ຳ​ໜັກ​ເບົາ ຈີກ​ຂາດ​ໄດ້​ຍາກ ຍືດຍຸ່ນ​ ແລະ​ຍ່ອຍ​ສະຫຼາຍ​ໄດ້. ເສັ້ນ​ສາຍ​ໂປຣຕີນ​ສັງ​ເຄາະ​ນີ້​ສາມາດ​ໃຊ້​ໃນ​ການ​ພັດທະນາ​ວັດສະດຸ​ທີ່​ທົນ​ທານ​ສຳລັບ​ອຸດສາຫະກຳ​ສິ່ງ​ທໍ​ແລະ​ການ​ແພດ. ມັນ​ສາມາດ​ເອົາ​ໄປ​ໃຊ້​ໃນ​ຫຼາຍ​ຮູບແບບ​ໄດ້​ຢ່າງ​ບໍ່​ມີ​ສິ້ນ​ສຸດ​ແທ້ໆ.

 ເຈົ້າ​ຄິດ​ແນວໃດ? ໂຄງ​ສ້າງ​ທີ່​ສະ​ລັບ​ຊັບຊ້ອນ​ທີ່​ຢູ່​ໃນ​ນ້ຳ​ເມືອກ​ຂອງ​ແຮັກຟິຊ​ເກີດ​ຈາກ​ວິວັດທະນາການ​ບໍ? ຫຼື​ມີ​ຜູ້​ອອກ​ແບບ?