ຂ້າມໄປທີ່ເນື້ອໃນ

ມີ​ຜູ້​ອອກແບບ​ບໍ?

ການ​ດຳ​ນ້ຳ​ຂອງ​ນົກ​ແກນເນັດ

ການ​ດຳ​ນ້ຳ​ຂອງ​ນົກ​ແກນເນັດ

 ນົກ​ແກນເນັດ​ເປັນ​ນົກ​ທະເລ​ຂະໜາດ​ໃຫຍ່ ມັນ​ສາມາດ​ບິນ​ລົງ​ໄປ​ໃນ​ນ້ຳ​ດ້ວຍ​ຄວາມ​ໄວ​ສູງ​ສຸດ​ເຖິງ 190 ກິໂລແມັດ​ຕໍ່​ຊົ່ວໂມງ ແລະ​ຕອນ​ທີ່​ມັນ​ປະທະ​ກັບ​ຜິວ​ນ້ຳ ແຮງ​ປະທະ​ອາດຈະ​ຫຼາຍ​ກວ່າ​ແຮງ​ໂນ້ມ​ຖ່ວງ​ຂອງ​ໂລກ​ເຖິງ 20 ເທົ່າ. ດ້ວຍ​ຄວາມ​ໄວ​ແລະ​ແຮງ​ປະທະ​ທີ່​ຫຼາຍ​ຂະໜາດ​ນັ້ນ ເປັນຫຍັງ​ນົກ​ແກນເນັດ​ຈຶ່ງ​ບໍ່​ໄດ້​ຮັບ​ບາດເຈັບ​ແລະ​ຍັງ​ສາມາດ​ດຳ​ນ້ຳ​ແບບ​ນີ້​ໄດ້​ເທື່ອ​ແລ້ວ​ເທື່ອ​ອີກ?

 ລອງ​ຄິດ​ເບິ່ງ: ກ່ອນ​ທີ່​ນົກ​ແກນເນັດ​ຈະ​ປະທະ​ກັບ​ຜິວ​ນ້ຳ ມັນ​ຈະ​ພັບ​ປີກ​ທັງ​ສອງ​ຂ້າງ​ໄປ​ທາງ​ຫຼັງ​ຂອງ​ລຳ​ໂຕ ເຊິ່ງ​ເຮັດ​ໃຫ້​ໂຕ​ຂອງ​ມັນ​ມີ​ລັກສະນະ​ແຫຼັມ​ຄື​ກັບ​ລູກທະນູ. ແລ້ວ​ມັນ​ກໍ​ຈະ​ປິດ​ເປືອກ​ຕາ​ທີ່​ເປັນ​ລັກສະນະ​ພິເສດ​ເພື່ອ​ປົກປ້ອງ​ດວງ​ຕາ​ຂອງ​ມັນ ນອກ​ຈາກ​ນັ້ນ ໃນ​ຄໍ​ແລະ​ຊ່ວງ​ເອິກ​ຂອງ​ນົກ​ຊະນິດ​ນີ້​ຍັງ​ມີ​ອະໄວຍະວະ​ທີ່​ເຮັດ​ໜ້າທີ່​ເປັນ​ຄື​ຖົງ​ລົມ​ນິລະໄພ​ເຊິ່ງ​ຊ່ວຍ​ຮັບ​ແຮງ​ກະທົບ​ເມື່ອ​ປະທະ​ກັບ​ຜິວ​ນ້ຳ.

 ຖ້າ​ເບິ່ງ​ນົກ​ແກນເນັດ​ຕອນ​ທີ່​ພຸ່ງ​ລົງ​ໄປ​ໃນ​ນ້ຳ​ຈະ​ເຫັນ​ວ່າ ມັນ​ຈະ​ງອຍ​ປາກ ຫົວ ແລະ​ຄໍ​ຂອງ​ມັນ​ເຂົາ​ກັນ​ແລ້ວ​ຈະ​ມີ​ຮູບ​ຮ່າ​ງ​ຄື​ກ້ວຍ. ເຊິ່ງ​ຮູບ​ກ້ວຍ​ແບບ​ນີ້​ຊ່ວຍ​ກະຈາຍ​ແຮງ​ກະທົບ​ແລະ​ເຮັດ​ໃຫ້​ຄໍ​ຂອງ​ນົກ​ບໍ​ໄດ້​ຮັບ​ບາດເຈັບ. ແລະ​ທັນທີ​ທີ່​ນົກ​ແກນເນັດ​ລົງ​ໄປ​ໃນ​ນ້ຳ ຕາ​ຂອງ​ມັນ​ຈະ​ປັບ​ບ່ອນ​ເບິ່ງ​ເພື່ອ​ຈະ​ເບິ່ງ​ໃນ​ນ້ຳ​ໄດ້​ແຈ້ງ.

 ນົກ​ແກນເນັດ​ດຳ​ນ້ຳ​ໄດ້​ເລິກ​ສ່ຳ​ໃດ? ໂດຍ​ວິທີ​ການ​ດຳ​ນ້ຳ​ແບບ​ນີ້​ຊ່ວຍ​ໃຫ້​ມັນ​ສາມາດ​ດຳລົງ​ໄປ​ໄດ້​ເລິກ​ເກືອບ 11 ແມັດ ແຕ່​ທີ່​ຈິງ​ມັນ​ຍັງ​ສາມາດ​ດຳລົງ​ໄປ​ໄດ້​ເລິກ​ກວ່າ​ນັ້ນ​ອີກ​ເພາະ​ມັນ​ສາມາດ​ລອຍ​ນ້ຳ​ໂດຍ​ການ​ເໜັງ​ປີກ​ທີ່​ພັບ​ຢູ່​ເຄິ່ງ​ໜຶ່ງ​ແລະ​ໂດຍ​ການ​ເຕະ​ຕີນ. ເຄີຍ​ພົບ​ວ່າ​ນົກ​ຊະນິດ​ນີ້​ດຳ​ນ້ຳ​ໄດ້​ເລິກ​ຫຼາຍ​ກວ່າ 25 ແມັດ. ແລະ​ເມື່ອ​ຕ້ອງການ​ຂຶ້ນ​ເທິງ​ຜິວ​ນ້ຳ ມັນ​ກໍ​ສາມາດ​ລອຍ​ໂຕ​ຂຶ້ນ​ເທິງ​ຜິວ​ນ້ຳ​ໄດ້​ງ່າຍໆ ແລະ​ກໍ​ພ້ອມ​ຈະ​ບິນ​ຂຶ້ນ​ສູ່​ທ້ອງຟ້າ​ໄດ້​ທັນທີ.

 ເບິ່ງ​ການ​ດຳ​ນ້ຳ​ຂອງ​ນົກ​ແກນເນັດ

 ນັກ​ຄົ້ນຄວ້າ​ອອກແບບ​ນົກ​ຫຸ່ນ​ຍົນ​ໃຫ້​ມີ​ລັກສະນະ​ເປັນ​ຄື​ນົກ​ແກນເນັດ​ເພື່ອ​ໃຊ້​ໃນ​ການ​ຊ່ວຍເຫຼືອ​ແລະ​ຄົ້ນ​ຫາ. ເຂົາເຈົ້າ​ຢາກ​ຈະ​ໃຫ້​ຫຸ່ນ​ຍົນ​ນີ້​ສາມາດ​ບິນ​ໄດ້​ ດຳ​ນ້ຳ​ໄດ້​ ແລະ​ເມື່ອ​ກັບ​ຂຶ້ນ​ສູ່​ຜິວ​ນ້ຳ​ກໍ​ສາມາດ​ບິນ​ໄດ້​ທັນທີ. ແຕ່​ໃນ​ຊ່ວງ​ທີ່​ເຮັດ​ການ​ທົດລອງ​ຫຸ່ນ​ຍົນ​ຕົ້ນ​ແບບ ປາກົດ​ວ່າ​ມີ​ຫຸ່ນ​ຍົນ​ໂຕ​ໜຶ່ງ​ໄດ້​ຮັບ​ຜົນ​ເສຍຫາຍ​ຫຼາຍ​ເທື່ອ​ເນື່ອງ​ຈາກ​ການ​ພຸ່ງ​ລົງ​ນ້ຳ​ດ້ວຍ​ຄວາມ​ໄວ. ເລື່ອງ​ນີ້​ເຮັດ​ໃຫ້​ນັກ​ຄົ້ນຄວ້າ​ສະຫຼຸບ​ວ່າ​ຫຸ່ນ​ຍົນ​ຕົ້ນ​ແບບ “ດຳ​ນ້ຳ​ເກັ່ງ​ສູ້​ນົກ​ແກນເນັດ​ບໍ່​ໄດ້​ເລີຍ.”

 ເຈົ້າ​ຄິດ​ແນວໃດ? ການ​ດຳ​ນ້ຳ​ຂອງ​ນົກ​ແກນເນັດ​ເກີດ​ຈາກ​ວິວັດທະນາການ​ບໍ? ຫຼື​ມີ​ຜູ້​ອອກແບບ?