ຂ້າມໄປທີ່ເນື້ອໃນ

ຮັບ​ມື​ກັບ​ຄວາມ​ເຈັບ​ປ່ວຍ​ຊຳເຮື້ອ—ຄຳພີ​ໄບເບິນ​ຊ່ວຍ​ໄດ້​ບໍ?

ຮັບ​ມື​ກັບ​ຄວາມ​ເຈັບ​ປ່ວຍ​ຊຳເຮື້ອ—ຄຳພີ​ໄບເບິນ​ຊ່ວຍ​ໄດ້​ບໍ?

ຄຳຕອບ​ຈາກ​ຄຳພີ​ໄບເບິນ

 ໄດ້. ພະເຈົ້າ​ເປັນ​ຫ່ວງ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ທີ່​ເຈັບ​ປ່ວຍ. ຄຳພີ​ໄບເບິນ​ເວົ້າ​ເຖິງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ວ່າ: “[ພະ​ເຢໂຫວາ] ຈະ​ເບິ່ງ​ແຍງ​ເມື່ອ​ລາວ​ນອນ​ປ່ວຍ​ຢູ່​ເທິງ​ຕຽງ.” (ຄຳ​ເພງ 41:3, ລ.ມ.) ຖ້າ​ເຈົ້າ​ກຳລັງ​ເຈັບ​ປ່ວຍ​ຊຳເຮື້ອ 3 ຂັ້ນ​ຕອນ​ຕໍ່​ໄປ​ນີ້​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ຮັບ​ມື​ໄດ້:

  1.   ອະທິດຖານ​ຂໍ​ກຳລັງ​ເພື່ອ​ຈະ​ອົດ​ທົນ​ໄດ້. ເຈົ້າ​ຈະ​ໄດ້​ຮັບ “ສັນຕິສຸກ​ຂອງ​ພະເຈົ້າ​ທີ່​ເກີນ​ຄວາມ​ເຂົ້າ​ໃຈ​ທຸກ​ຢ່າງ” ເຊິ່ງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຫຼຸດ​ຄວາມ​ກັງວົນ​ແລະ​ອົດ​ທົນ​ຕໍ່​ໄປ​ໄດ້.—ຟີລິບປອຍ 4:6, 7

  2.   ຄິດ​ໃນ​ແງ່​ບວກ. ຄຳພີ​ໄບເບິນ​ບອກ​ວ່າ: “ໃຈ​ຊື່ນ​ບານ​ເປັນ​ຢາ​ວິເສດ ແຕ່​ໃຈ​ຊອກ​ຊ້ຳ​ເຮັດ​ໃຫ້​ໝົດ​ເຫື່ອ​ແຮງ.” (ສຸພາສິດ 17:22, ລ.ມ.) ໃຫ້​ພະຍາຍາມ​ເປັນ​ຄົນ​ທີ່​ບໍ່​ເຄັ່ງ​ຕຶງ​ກັບ​ທຸກ​ເລື່ອງ ເພາະ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້ສຶກ​ດີ​ຂຶ້ນ​ໃນ​ຍາມ​ທີ່​ທໍ້​ໃຈ​ແລະ​ສົ່ງ​ຜົນ​ດີ​ຕໍ່​ສຸຂະພາບ​ຂອງ​ເຈົ້າ.

  3.   ເຊື່ອ​ໝັ້ນ​ໃນ​ຄຳ​ສັນຍາ​ຂອງ​ພະເຈົ້າ. ການ​ມີ​ຄວາມ​ຫວັງ​ທີ່​ດີ​ໃນ​ເລື່ອງ​ອະນາຄົດ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ສຸກ​ໄດ້​ເຖິງ​ວ່າ​ຈະ​ເຈັບ​ປ່ວຍ​ຊຳເຮື້ອ. (ໂຣມ 12:12) ຄຳ​ພີ​ໄບເບິນ​ບອກ​ລ່ວງ​ໜ້າ​ເຖິງ​ເວລາ​ທີ່ ‘ຈະ​ບໍ່​ມີ​ໃຜ​ເວົ້າ​ວ່າ: “ຂ້ອຍ​ປ່ວຍ.”’ (ເອຊາອີ 33:24, ລ.ມ.) ໃນ​ຕອນ​ນັ້ນ​ພະເຈົ້າ​ຈະ​ປິ່ນປົວ​ທຸກ​ຄົນ​ທີ່​ເຈັບ​ປ່ວຍ​ຊຳ​ເຮື້ອ​ເຊິ່ງ​ເກີນ​ຄວາມ​ສາມາດ​ຂອງ​ນັກ​ວິທະຍາສາດ​ສະໄໝ​ໃໝ່. ຕົວຢ່າງ​ເຊັ່ນ ຄຳພີ​ໄບເບິນ​ບອກ​ວ່າ​ຄົນ​ເຖົ້າ​ຈະ​ກັບ​ມາ​ເປັນ​ຄົນ​ໜຸ່ມ​ແລະ​ມີ​ສຸຂະພາບ​ແຂງແຮງ​ອີກ​ເທື່ອ​ໜຶ່ງ “ເນື້ອ​ໜັງ​ຂອງ​ລາວ​ເປັ່ງປັ່ງ​ຍິ່ງ​ກວ່າ​ຕອນ​ເປັນ​ເດັກ​ນ້ອຍ ແລະ​ໃຫ້​ລາວ​ກັບ​ມາ​ມີ​ເຫື່ອ​ແຮງ​ຄື​ຕອນ​ເປັນ​ໜຸ່ມ.”—ໂຢບ 33:25, ລ.ມ.

 ຂໍ້​ສັງເກດ: ເຖິງ​ແມ່ນ​ວ່າ​ຈະ​ຍອມ​ຮັບ​ຄວາມ​ຊ່ວຍ​ເຫຼືອ​ທີ່​ພະເຈົ້າ​ຈັດ​ກຽມ​ໄວ້ ແຕ່​ພະຍານ​ພະ​ເຢໂຫວາ​ກໍ​ຊອກ​ຫາ​ການ​ປິ່ນປົວ​ທາງ​ການ​ແພດ​ເມື່ອ​ເຈັບ​ປ່ວຍ​ຊຳເຮື້ອ. (ມາຣະໂກ 2:17) ເຮົາ​ບໍ່​ສະໜັບສະໜູນ​ວິທີ​ການ​ປິ່ນປົວ​ທາງ​ການ​ແພດ​ແບບ​ໃດ​ແບບ​ໜຶ່ງ​ເປັນ​ພິເສດ ເຮົາ​ຄິດ​ວ່າ​ແຕ່​ລະ​ຄົນ​ຄວນ​ຕັດສິນ​ໃຈ​ເອງ​ໃນ​ເລື່ອງ​ນີ້.